ລັດຖະບານໄທຈະສະເໜີກອງທັບໜູນຊ່ວຍຮັກສາຄວາມສະຫງົບໃນການເລືອກຕັ້ງ

ລັດຖະບານໄທຈະສະເໜີກອງທັບໜູນຊ່ວຍຮັກສາຄວາມສະຫງົບໃນການເລືອກຕັ້ງ - ảnh 1
ຜູ້ແຫ່ຂະບວນປະທ້ວງຖີ້ມກ້ອນຫີນໃສ່ຕຳຫຼວດຕ້ານການຈາລະຈົນ
(ພາບ: baobariavungtau.com)

(vovworld) – ວັນ​ທີ 27/12, ທ່ານ​ຮອງ​ນາຍົກ​ລັດ​ຖະມົນຕີ​ໄທ ສຸຣະພົງ ​​ໃຫ້​ຮູ້​ວ່າ, ລັດຖະບານ​ປະ​ເທດ​ນີ້​ຈະສະ​ເໜີ​ກອງທັບ​ໜູນ​ຊ່ວຍ​ຮັກສາ​ຄວາມ​ສະຫງົບ​ໃຫ້​ການ​ເລືອກ​ຕັ້ງ​ໃນ​​ເດືອນ 2/2014, ພາຍຫຼັງ​ເກີດ​ການ​ປະ​ທະ​ກັນ​ໃຊ້​ຄວາມ​ຮຸນ​ແຮງ​ລະຫວ່າງ​ຕຳ​ຫຼວດ ​ແລະ ຜູ້​ແຫ່​ຂະ​ບວນຝ່າຍ​ຄ້ານ, ​ເຮັດ​ໃຫ້ 2 ຄົນ​ເສຍ​ຊີວິດ.

ກ່າວ​ຄວາມ​ເຫັນ​ທາງ​ໂທລະພາບ​ແຫ່ງ​ຊາດ, ທ່ານຮອງນາຍົກ​ລົດ​ຖະມົນຕີ​ໄທ ສຸຣະພົງ ​​ຍັງໃຫ້​ຮູ້​ວ່າ ຈະ​ສະ​ເໜີ​ຜູ້​ບັນຊາ​ການ​ສູງ​ສຸດ​ບັນດາ​ກຳລັງ​ປະກອບ​ອາວຸດ​ຊ່ວຍ​ເຫຼືອ​ຮັບປະກັນ​ໃນ​ໄລຍະ​ເວລາ​ຈົດ​ທະບຽນ​ສະໝັກ​ເລືອກ​ຕັ້ງ​ຄັ້ງ​ທີ 2, ​ເຊິ່ງ​ເລີ່​ມຈັດ​ຕັ້ງ​ແຕ່​ວັນ​ທີ 28/12. ກ່ອນ​ນັ້ນ, ວັນ​ທີ 26/12, ລັດຖະບານ​ຂອງ​ທ່ານ​ນາງ​ນາຍົກລັດຖະມົນຕີ ຍິງຣັກຊິນນະ​ວັດ ​ໄດ້​ປະຕິ​ເສດ​ຂໍ້​ສະ​ເໜີ​ຂອງ​ຄະນະ​ກຳມະການ​ເລືອກ​ຕັ້ງ ກ່ຽວ​ກັບ​​ເລື່ອງ​ໂຈະ​ການ​ເລືອກ​ຕັ້ງ​ໄວ້ ພາຍຫຼັງ​ທີ່​ຕຳຫຼວດ​ຜູ້​ໜຶ່ງ​ຖືກ​ຍິງ​ຕາຍ ​ໃນ​ການ​ຈະລາຈົນ​ຢູ່​ນະຄອນຫຼວງ​ບາງກອກ​ ໃນ​ວັນ​ດຽວ​ກັນ.

 

 

ຂ່າວ/ບົດ​ອື່ນ