ລັດຖະບານໄທໝັ້ນໝາຍຈຳກັດດ້ວຍລະດັບສູງສຸດໃນການແກ້ໄຂການແຫ່ຂະບວນປະທ້ວງ

ລັດຖະບານໄທໝັ້ນໝາຍຈຳກັດດ້ວຍລະດັບສູງສຸດໃນການແກ້ໄຂການແຫ່ຂະບວນປະທ້ວງ - ảnh 1
ບັນດາຜູ້ແຫ່ຂະບວນປະທ້ວງປິດລ້ອມສຳນັກງານ
ກະຊວງປ້ອງກັນຊາດໄທທີ່ນະຄອນຫຼວງບາງກອກເມື່ອວັນທີ 28/11
(ພາບ: TTXVN)

(vovworld)- ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ໄທ ​ເສກ​ວັນນະ​ເມ​ທີ ​ໃຫ້​ຮູ້​ວ່າ ລັດຖະບານ​ຂອງ​ປະ​ເທດ​ນີ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈຳ​ກັດ​ດ້ວຍ​ລະດັບສູງ​ສຸດ​ໃນ​ການ​ຮັບ​ມື​ກັບ​ກະ​ແສຟອງ​ແຫ່​ຂະ​ບວນປະ​ທ້ວງ​ທີ່​ພວມ​ແຜ່​ລາມ​ອອກ​ກ້ວາງ​ຢູ່​ຕາມ​ທ້ອງ​ຖະໜົນ. ຕາມ​ນັ້ນ​ແລ້ວ, ບັນດາ​ເຈົ້າ​​ໜ້າ​ທີ່ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນຕ່າງໆ​ໄດ້​ການ​ຊີ້​ນຳ​ແມ່ນ​ຕ້ອງ​ຈຳ​ກັດ​ດ້ວຍ​ລະດັບສູງ​ສຸດ​ໃນ​ການ​ສະກັດ​ກັ້ນບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​​ໂດຍ​ໃຊ້​ຄວາມ​ຮຸນ​ແຮງ. ​ໃນ​ຂະນະ​ນັ້ນ, ຜູ້ນຳ​ພັກ​ປະຊາ​ທິບັດ​ຢູ່​ໄທ ທ່ານ ອະພິ​ສິດ​ເວດ​ຊາ​ຊີວະ ​ໃຫ້​ຮູ້​ເມື່ອ​ຕອນ​ຄ່ຳ​ວັນ​ທີ 28/11 ​ເວົ້າ​ວ່າ ພັກ​ຂອງ​ທ່ານ​ຈະ​ສືບ​ຕໍ່​ບັນດາ​ຄວາມ​ມານະພະ​ຍາ​ຍາມພ້ອມ​ກັບ​ບັນດາ​ຜູ້​ເດີນ​ຂະ​ບວນປະ​ທ້ວງ​ເພື່ອ​​ໂຄນ​ລົ້ມ “ ລະບອບ ທັກສິນ” ພັກ​ປະຊາ​ທິບັດ​ໄດ້​ໄດ້​ຖະ​ແຫຼ​ງບໍ່​ຮັບ​ຮູ້​ລັດຖະບານ​ໃນ​ປະຈຸ​ບັນ​ຂອງ​ໄທ ​ແລະ ​ໃຫ້​ຮູ້​ວ່າ ບັ້ນ​ເຄື່ອນ​ໄຫວ​ໂຄນ​ລົ້ມ​ອຳນາດ​ການ​ປົກຄອງ​ຈະ​ເລີ່​ມຕົ້ນ​ແຕ່​ວັນ​ທີ 29/11. ​ໃນ​ຂະນະ​ນັ້ນ, ປະຊາ​ຄົມ​ໂລກ, ​ໃນ​ນັ້ນ​ມີ​ທັງ​ສະຫະ​ປະຊາ​ຊາດ ພ້ອມ​ກັບ​ຫຼາຍ​ປະ​ເທດມະຫາ​ອຳນາດ​ຄື ຈີນ, ອາ​ເມ​ລິ​ກາ, ອັງກິດ ​ໄດ້​ອອກ​ຖະ​ແຫຼ​ງການສະ​ແດງ​ຄວາມ​ວິຕົກ​ກັ່ງ​ວົນ​ກ່ຽວ​ກັບ​ສະພາບ​ການ​ເມືອງ​ຢູ່​ໄທ. 

ຂ່າວ/ບົດ​ອື່ນ