ລັດຖະມົນກະຊວງປ້ອງກັນປະເທດອາເມລິກາ ຮຽກຮ້ອງໃຫ້ການນຳສປປ.ເກົາຫຼີ ຈົ່ງລະງັບໃຈ

(VOVWORLD) -ເສັ້ນທາງດີທີ່ສຸດໃນຕໍ່ໜ້າຍັງແມ່ນຂໍ້ຕົກລົງດ້ານການເມືອງກ່ຽວກັບການປອດນິວເຄຼຍໃນແຫຼມເກົາຫຼີ.

ລັດຖະມົນກະຊວງປ້ອງກັນປະເທດອາເມລິກາ ຮຽກຮ້ອງໃຫ້ການນຳສປປ.ເກົາຫຼີ ຈົ່ງລະງັບໃຈ - ảnh 1 ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Mark Esper

(ພາບປະກອບ: SCMP)

ວັນທີ 02 ມັງກອນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Mark Esper ໄດ້ຮຽກຮ້ອງໃຫ້ການນຳສປປ.ເກົາຫຼີ Kim Jong un “ຈົ່ງລະງັບໃຈ”, ພາຍຫຼັງທີ່ພຽງຢາງ ກ່າວເຕືອນວ່າ ຈະປະກາດ “ອາວຸດຍຸດທະສາດປະເພດໃໝ່” ໃນສະພາບທີ່ບັນດາການເຈລະຈານິວເຄຼຍລະຫວ່າງ 2 ປະເທດຖືກຢຸດສະງັກ.

          ໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ Fox New, ທ່ານລັດຖະມົນຕີ Mark Esper ເນັ້ນໜັກວ່າ, ເສັ້ນທາງດີທີ່ສຸດໃນຕໍ່ໜ້າຍັງແມ່ນຂໍ້ຕົກລົງດ້ານການເມືອງກ່ຽວກັບການປອດນິວເຄຼຍໃນແຫຼມເກົາຫຼີ. ທ່ານຢືນຢັນວ່າ, ອາເມລິກາ ຍັງຢາກເດີນຕາມເສັ້ນທາງດັ່ງກ່າວ, ພ້ອມກັນນັ້ນກໍຈະກະຕຸກຊຸກຍູ້ໃຫ້ການນຳ Kim Jong un ພ້ອມກັບວົງການເຈົ້າໜ້າທີ່ຂັ້ນສູງຂອງສປປ.ເກົາຫຼີ ກັບຄືນສູ່ໂຕະເຈລະຈາ. ກໍ່ຕາມທ່ານ Mark Esper ແລ້ວ, ອາເມລິກາ ຍັງຕິດຕາມສະພາບການຢ່າງໃກ້ຊິດ ແຕ່ບໍ່ເຜີຍໃຫ້ຮູ້ກ່ຽວກັບສັນຍານທີ່ຊີ້ໃຫ້ເຫັນວ່າ ອາດຈະເກີດເຫດຍິງທົດລອງຫຼືບໍ່.

ຕອບກັບ

ຂ່າວ/ບົດ​ອື່ນ