ລັດຖະມົນຕີກະຊວງ ປ້ອງກັນປະເທດຈີນ ຢ້ຽມຢາມອາເມລິກາ
(ພາບປະກອບ:thanhnien.com.vn)
(vovworld)-ທ່ານຈາງກວານແຈວນ ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ອາເມລິກາ ແລະ ຄາດວ່າ ມີການເຈລະຈາກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Chuck Hagel ໃນວັນທີ 19/8 ຢູ່ທຳນຽບ 5 ແຈ. ຈຸດປະສົງຂອງການຢ້ຽມຢາມແມ່ນເພື່ອແນໃສ່ຮັກສາ “ກຳລັງໜູນທີ່ຕັ້ງໜ້າ“ ໃນການພົວພັນດ້ານການທະຫານທີ່ບັນລຸໄດ້ລະຫວ່າງສອງປະເທດອາເມລິກາ-ຈີນ ໃນ 18 ເດືອນຜ່ານມາ ນັບແຕ່ເມື່ອທ່ານສີຈິນຜິງ ໃນເວລານັ້ນແມ່ນຮອງປະທານປະເທດຈີນ ຢ້ຽມຢາມອາເມລິກາ ເມື່ອເດືອນ 1/2012. ນອກຈາກນັ້ນ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ການນຳກະຊວງປ້ອງກັນປະເທດສອງປະເທດປຶກສາຫາລືບັນດາບັນຫາໃນການພົວພັນດ້ານການທະຫານເວົ້າສະເພາະ, ການພົວພັນລະຫວ່າງສອງປະເທດເວົ້າລວມ. ຄຽງຄູ່ກັນນັ້ນແມ່ນບັນດາບັນຫາພາກພື້ນ ແລະ ສາກົນກໍ່ຈະແມ່ນບັນຫາໄດ້ຮັບການປຶກສາຫາລືໃນການພົບປະຄັ້ງນີ້.