ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສິງ​ປະ​ໂປ​ ໄປ​ປະ​ຕິ​ບັດ​ງານ​ຢູ່ 3 ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) -ວັນທີ 22 ມີນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ Vivian Balakrishnan ໄດ້ເລີ່ມຕົ້ນການໄປປະຕິບັດງານຢູ່ 3 ປະເທດ ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນປະເທດທຳອິດແມ່ນ ບຣູໄນ, ຖັດຈາກນັ້ນແມ່ນ ມາເລເຊຍ ແລະ ອິນໂດເນເຊຍ.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສິງ​ປະ​ໂປ​ ໄປ​ປະ​ຕິ​ບັດ​ງານ​ຢູ່ 3 ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ Vivian Balakrishnan  (ພາບ: Connected to India)

        ເຖິງວ່າຖະແຫຼງການຂອງ ກະຊວງດັ່ງກ່າວບໍ່ຍົກໃຫ້ເຫັນເຫດຜົນຂອງການຢ້ຽມຢາມຢ່າງຈະແຈ້ງ, ແຕ່ໃນອາທິດກ່ອນ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໄດ້ຮຽກຮ້ອງໃຫ້ຢຸດຕິສະພາບການຂາດສະຖຽນລະພາບ ຢູ່ ມຽນມາ ແບະ ເລັ່ງບັນດາການນຳຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຈັດຕັ້ງການພົບປະກັນຄັ້ງສູງ ເພື່ອຊອກຫາວິທີນຳ ມຽນມາ ຫຼຸດພົ້ນອອກຈາກວິກິດການໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ