ຕອນບ່າຍວັນທີ 17/1, ທ່ານລັດຖະມົນຕີກະຊວງການເງິນຫວຽດນາມເວືອງດີ່ງເວະໄດ້ໂອ້ລົມສົນທະນາໂດຍກົງທາງເຄືອຄ່າຍອິນເຕີແນັດກັບປະຊາຊົນ ທີ່ປະຕູຖານຂໍ້ມູນລັດຖະບານ. ບັນດາບັນຫາທີ່ເຄັ່ງຮ້ອນຊື່ງປະຊາຊົນ, ວິສາຫະກິດມີຄວາມສົນໃຈແມ່ນ: ການບໍລິຫານລາຄາໄຟຟ້າ, ນຳມັນເຊື້ອໄຟໃນປີ 2012, ການຄຸ້ມຄອງລາຄາສິນຄ້າ, ຕະຫຼາດ, ບັນຫາໜູນຊ່ວຍວິສາຫະກິດ, ບໍລິຫານນະໂຍບາຍປີງົບປະມານ, ລາຍຮັບລາຍຈ່າຍງົບປະມານ….ຕອບຄຳຖາມກ່ຽວກັບການເພີ່ມລາຄາໄຟຟ້າໃນໄລຍະຜ່ານມາ, ທ່ານລັດຖະມົນຕີກະຊວງການເງິນຫວຽດນາມເວືອງດີ່ງເວະຢືນຢັນວ່າ: “ນອກຈາກການດັດປັບລາຄາໄຟຟ້າຕາມກົນໄກການຕະຫຼາດ ເພື່ອດຶງດູດເງິນລົງທຶນແລ້ວ, ລັດຖະບານກໍຕ້ອງມີນະໂຍບາຍທີ່ມີຕໍ່ຜູ້ທຸກຍາກ. ລາຄາໄຟຟ້າໄດ້ເພີ່ມຂຶ້ນແຕ່ຢູ່ໃນລະດັບຄວບຄຸມໄດ້ ແລະລະດັບເພີ່ມຂຶ້ນຄືແນວໃດແມ່ນຕ້ອງຄິດໄລ່ລະອຽດ. ຈຸດໝາຍແມ່ນ ປີ 2013 ລາຄາໄຟຟ້າ, ນ້ຳມັນເຊື້ອໄຟຕ້ອງໄປຕາມຫຼັກການຕະຫຼາດໂດຍພື້ນຖານ ແຕ່ຕ້ອງຮັບປະກັນຈຸດໝາຍຄວບຄຸມໄພເງິນເຟີ້ຕ່ຳກ່ວາ 10%”
ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ທ່ານລັດຖະມົນຕີກະຊວງການເງິນຫວຽດນາມເວືອງດີ່ງເວະໃຫ້ຮູ້ວ່າ ທັດສະນະສະເໝີຕົ້ນສະເໝີປາຍຂອງກະຊວງ ແມ່ນະໂຍບາຍພາສີອາກອນ ຕ້ອງແມ່ນນະໂຍບາຍແນະນຳ, ລະດົມແຫ່ລງກຳລັງ, ສົ່ງເສີມການພັດທະນາການຜະລິດ ດຳເນີນທຸລະກິດ. ທ່ານໃຫ້ຮູ້ວ່າ ໃນສະພາບການປະຈຸບັນ, ໄພເງິນເຟີ້ໄດ້ຫລຸດລົງແຕ່ຍັງຢູ່ໃນລະດັບສູງ, ເສດຖະກິດມະຫາພາກຍັງຊ້ອມແຝງຄວາມຜິດປົກກະຕິ, ອັດຕາດອກເບັ້ຍບໍ່ທັນໄດ້ຫລຸດລົງ, ນະໂຍບາຍປີງົບປະມານຕ້ອງຮ່ວມມືກັບນະໂຍບາຍເງິນຕາ ແລະມີມາດຕະການຢ່າງຂ້ຽວຂາດ ໜູນຊ່ວຍໃຫ້ນະໂຍບາຍເງິນຕາ.