ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ເດີນ​ທາງ​ໄປ​ຍັງ ອິດ​ສະ​ຣາ​ແອັນ

(VOVWORLD) -ວັນທີ 11 ເມສາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin  ໄດ້ເດີນທາງໄປຍັງ ອິດສະຣາແອັນ ແລະ ເລີ່ມການຢ້ຽມຢາມເປັນເວລາ 2 ວັນ ດ້ວຍໂຄງການດຳເນີນງານ ແມ່ນສຸມໃສ່ບັນຫານິວເຄຼຍ ອີຣານ ເປັນຕົ້ນຕໍ. ນີ້ແມ່ນການຢ້ຽມຢາມ ອິດສະຣາແອັນ ຄັ້ງທຳອິດຂອງເຈົ້າໜ້າທີ່ຂັ້ນສູງໃນຄະນະລັດຖະບານຂອງປະທານາທິບໍດີ ອາເມລິກາ Joe Biden.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ເດີນ​ທາງ​ໄປ​ຍັງ ອິດ​ສະ​ຣາ​ແອັນ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin (ພາບ: AP)

ທຳອິດ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ມີການພົບປະກັບຄູ່ຕຳແໜ່ງ ອິດສະຣາແອັນ Benny Gantz. ໃນການພົບປະດັ່ງກ່າວ, ທ່ານ Lloyd Austin ເນັ້ນໜັກວ່າ ອາເມລິກາ ຖືການພົວພັນພັນທະມິດລະຫວ່າງ ອາເມລິກາ ແລະ ອິດສະຣາແອັນ ແມ່ນປັດໄຈຫຼັກແຫຼ່ງສຳລັບການປ້ອງກັນຄວາມໝັ້ນຄົງຂອງພາກພື້ນ. ສ່ວນທ່ານ Benny Gantz ຢັ້ງຢືນວ່າ ອິດສະຣາແອັນ ຖື ອາເມລິກາ ແມ່ນຄູ່ຮ່ວມມືຮອບດ້ານ ແລະ ຈະສົມທົບກັນຢ່າງແໜ້ນແຟ້ນໃນບັນຫາກ່ຽວກັບ ອີຣານ.

ການເດີນທາງໄປຕ່າງປະເທດຄັ້ງນີ້ຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ຖືກດຳເນີນໃນສະພາບການທີ່ຄວາມເຄັ່ງຕຶງລະຫວ່າງ ອິດສະຣາແອັນ ແລະ ອີຣານ ພວມເພີ່ມຂຶ້ນ ໃນຂະນະທີ່ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ພວມຊອກຫາວິທີນຳ ອາເມລິກາ ກັບຄືນສູ່ຂໍ້ຕົກລົງນິວເຄຼຍ ອີຣານ ທີ່ໄດ້ລົງນາມເມື່ອປີ 2015. ອິດສະຣາແອັນ ຄັດຄ້ານເຈດຈຳນົງຂອງ ອາເມລິກາ ກັບຄືນສູ່ຂໍ້ຕົກລົງນິວເຄຼຍ ກັບ ອີຣານ ຍ້ອນຖືວ່າ ຂໍ້ຕົກລົງດັ່ງກ່າວ ອາດຈະເປີດທາງໃຫ້ແກ່ ອີຣານ ພັດທະນາອາວຸດນິວເຄຼຍ ກໍຄື ນາບຂູ່ຕໍ່ການຄົງຕົວຂອງ ອິດສະຣາແອັນ.

ຕອບກັບ

ຂ່າວ/ບົດ​ອື່ນ