ລັດຖະມົນຕີກະຊວງປ້ອງກັນປະເທດ ອຸແກຼນ ຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ

ລັດຖະມົນຕີກະຊວງປ້ອງກັນປະເທດ ອຸແກຼນ ຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ - ảnh 1
(ສອງ​ຝ່າຍ​ໄດ້​ດຳ​ເນີນ​ການ​ເຈລະຈາ​)

(vovworld) -     ວັນ​ທີ 13/9, ຢູ່​ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດທີ່​ຮ່າ​ໂນ້ຍ, ທ່ານພົນ​ເອກ Phung Quang Thanh, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ​ເປັນ​ປະທານ​ພິທີ​ຕ້ອນຮັບ​ທ່ານລັດຖະມົນຕີ​ກະຊວງ​ປ້ອງກັນປະ​ເທດ ອູ​​ແກຼນ Salamatin Dmitry Albertovich ຊິ່ງ​ໄດ້ນຳ​ໜ້າ​ຄະນະ​ຜູ້​ແທນການ​ທະຫານ​ຂັ້ນ​ສູງ ອູ​​ແກຼນ ມາຢ້ຽມຢາມ​ສັນຖະວະ​ໄມຕີ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ພາຍຫຼັງ​ພິທີ​ຕ້ອນຮັບ, ສອງ​ຝ່າຍ​ໄດ້​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ບາງ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ສະພາບ​ການ​​ໃນ​ໂລກ, ພາກ​ພື້ນ ​ແລະ ຢູ່​ແຕ່ລະ​ປະ​ເທດ, ໝາກຜົນ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ເປັນ​​ເອກະ​ພາບ​ນຳ​ກັນ​ໃນທິດ​ທາງ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ລັດຖະມົນຕີ Phung Quang Thanh ​​ຖື​ວ່າ ການ​ຢ້ຽມຢາມຄັ້ງ​ນີ້​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອູ​​ແກຼນໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ສາຍ​ພົວພັນມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ພ້ອມ​ກັນ​ນັ້ນ​ໄດ້​ເປີດ​ບາດກ້າວ​ພັດທະນາໃໝ່​​ໃນ​ການ​ພົວພັນ​ດ້ານ​ປ້ອງ​ກັນຊາ​ດສອງ​ຝ່າຍ ຫວຽດນາມ - ອູແກຼນ. ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງກັນປະ​ເທດ ອູ​​ແກຼນໄດ້​ສະ​ເໜີ​ໃຫ້​ສອງ​ຝ່າຍ​ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົບ​ປະ, ​ແລກປ່ຽນ, ຍົກ​ອອກ​ການ​ກຳນົດທິດຢ່າງ​ລະອຽດ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນດ້ານ​ປ້ອງ​ກັນຊາ​ດຂອງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ທ່ານລັດຖະມົນຕີ Phung Quang Thanh ​ແລະ ທ່ານ​ລັດຖະມົນຕີ Albertovich ​ໄດ້​ເຫັນ​ດີນຳ​ກັນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ກອງທັບ​ຂອງ​ສອງ​ປະ​ເທດ​ຄວນ​ສຸມ​ໃສ່​ຮ່ວມ​ມື​ໃນບັນດາ​ຂົງ​ເຂດ​ເຊິ່ງສອງ​ຝ່າຍ​ມີ່​ຄວາມ​ສາມາດ ​ແລະ ຄວາມ​ຕ້ອງການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ຮ່ວມ​ມື​ບຳລຸງ​ສ້າງ, ​ແລກປ່ຽນ​ບົດຮຽນ​ໃນ​ການກໍ່​ສ້າງກຳລັງ​ກອງທັບ.

ຂ່າວ/ບົດ​ອື່ນ