ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ, ສ.ເກົາຫຼີ ແລກປ່ຽນກ່ຽວກັບບັນຫານິວເຄຼຍຂອງ ສປປ.ເກົາຫຼີ

(VOVWORLD) - ວັນທີ 30 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Kang Kyung-wha ແລະ ຄູ່ຕຳແໜ່ງ ຍີ່ປຸ່ນ Taro Kono ໄດ້ປຶກສາຫາລືກ່ຽວກັບບັນຫານິວເຄຼຍຂອງ ສປປ.ເກົາຫຼີ, ການພົວພັນ 2 ຝ່າຍ ແລະ ບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ, ສ.ເກົາຫຼີ ແລກປ່ຽນກ່ຽວກັບບັນຫານິວເຄຼຍຂອງ ສປປ.ເກົາຫຼີ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ Kang Kyung-wha (ພາບ: AFP/TTXVN)

ຕາມກະຊວງການຕ່າງປະເທດ ສ.ເກົາຫຼີ ແລ້ວ, ໃນການໂອ້ລົມທາງໂທລະສັບ, ການນຳ 2 ທ່ານໄດ້ປຶກສາຫາລືຢ່າງເລິກເຊິ່ງກ້ວາງຂວາງກ່ຽວກັບບັນດາບັນຫາຄື: ວຽກງານກະກຽມໃຫ້ກອງປະຊຸມສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໃນໄລຍະຈະມາເຖິງ, ບັນຫານິວເຄຼຍຂອງ ສປປ.ເກົາຫຼີ ແລະ ການພົວພັນ 2 ຝ່າຍ. ທ່ານລັດຖະມົນຕີການຕ່າງປະເທດ Kang Kyung-wha ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ເຊີອູນ ກ່ຽວກັບການແກ້ໄຂໂຄງການນິວເຄຼຍຂອງ ພຽງຢາງ ດ້ວຍສັນຕິວິທີ ແລະ ຮ່ວມມືຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມືທີ່ກ່ຽວຂ້ອງໃນບັນຫານີ້, ສ່ວນທ່ານ Kono ກໍ່ຮຽກຮ້ອງຮ່ວມມືຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງກອງປະຊຸມສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໃຫ້ສຳເລັດ.

 

ຕອບກັບ

ຂ່າວ/ບົດ​ອື່ນ