ລັດຖະມົນຕີການຕ່າງປະເທດ ລັດເຊຍ-ຈີນ ໂອ້ລົມທາງໂທລະສັບກ່ຽວກັບສະພາບການຢູແກຼນ

(VOVWORLD) -ວັນທີ 24 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergay Lavrov ໄດ້ໂອ້ລົມທາງໂທລະສັບກັບຄູ່ຮ່ວມຕຳແໜ່ງ ຈີນ ວາງອີ ກ່ຽວກັບສະພາບການຢູ່ ຢູແກຼນ.
ລັດຖະມົນຕີການຕ່າງປະເທດ ລັດເຊຍ-ຈີນ ໂອ້ລົມທາງໂທລະສັບກ່ຽວກັບສະພາບການຢູແກຼນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergay Lavrov
(ພາບປະກອບ: AFP/TTXVN)

ທີ່ການໂອ້ລົມດັ່ງກ່າວ, ທ່ານ ວາງອີ ໄດ້ເນັ້ນໜັກວ່າ ປັກກິງ ເຂົ້າໃຈແຈ້ງ “ບັນດາຄວາມວິຕົກກັງວົນດ້ານຄວາມໝັ້ນຄົງທີ່ຊອບທຳ” ຂອງ ມົດສະກູ ກ່ຽວຂ້ອງເຖິງບັນຫາ ຢູແກຼນ, ພ້ອມທັງຮຽກຮ້ອງໃຫ້ສ້າງ “ກົນໄກຄວາມໝັ້ນຄົງດຸ່ນດ່ຽງ, ມີປະສິດທິຜົນ ແລະ ຍືນຍົງ” ຢູ່ ເອີລົບ ຜ່ານການໂອ້ລົມສົນທະນາ ແລະ ການເຈລະຈາ.

ການໂອ້ລົມທາງໂທລະສັບໄດ້ປະຕິບັດພາຍຫຼັງທີ່ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ແຈ້ງຜັນຂະຫຍາຍບັ້ນຮົບພິເສດເພື່ອປົກປ້ອງປະຊາຊົນຢູ່ ສາທາລະນະລັດປະຊາຊົນ Donetsk (DPR) ແລະ ສາທາລະນະລັດປະຊາຊົນ Luhansk (LPR) ຂະໜານນາມເອງ ຢູ່  Donbass, ທາງທິດຕາເວັນອອກ ຢູແກຼນ, ພາຍຫຼັງທີ່ ລັດເຊຍ ຮັບຮອງເອົາ DPR ແລະ LPR ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ