ລັດຖະມົນຕີການຕ່າງປະເທດ ອາເມລິກາ ຈະພົບປະກັບການນໍາ ສປປ.ເກົາຫຼີ ໃນວັນທີ 7 ຕຸລາ

(VOVWORLD) -ວັນທີ 02 ຕຸລາ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ແຈ້ງໃຫ້ຊາບວ່າ ທ່ານ ລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ຈະມີການພົບປະກັບການນໍາ ສປປ.ເກົາຫຼີ  Kim Jong un ໃນວັນທີ 7 ຕຸລາ ເພື່ອແນໃສ່ຊຸກຍູ້ບັນດາຄວາມມານະພະຍາຍາມ ປອດນິວເຄຼຍ. 
ລັດຖະມົນຕີການຕ່າງປະເທດ ອາເມລິກາ ຈະພົບປະກັບການນໍາ ສປປ.ເກົາຫຼີ ໃນວັນທີ 7 ຕຸລາ - ảnh 1(ພາບປະກອບ:TTXVN) 

ທ່ານ Heather Nauert ໂຄສົກກະຊວງການຕ່່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ທ່ານລັດຖະມົນຕີການຕ່າງປະເທດ Pompeo ຄາດວ່າ ຈະໄປຢ້ຽມຢາມ ພຽງຢາງ ໃນວັນທີ 7 ຕຸລາ ແລະ ນະຄອນຫຼວງ Seoul ຂອງ ສ.ເກົາຫຼີ ໃນວັນທີ 8 ຕຸລາ. ນະທີ່ນີ້, ທ່ານ Mike Pompeo ຈະພົບປະກັບ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລະ ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີີ Kang Kyung-wha. ນອກຈາກນັ້ນ, ຕາມ ໂຄສົກກະຊວງການຕ່່າງປະເທດ ອາເມລິກາ ແລ້ວ, ທ່ານ Mike Pompeo ກໍຈະໄປຢ້ຽມຢາມ ຍີ່ປຸ່ນ ແລະ ຈີນ ຕື່ມອີກ.


ຕອບກັບ

ຂ່າວ/ບົດ​ອື່ນ