ລັດຖະມົນຕີການຕ່າງປະເທດ ອາເມລິກາ ປະຕິບັດງານເປັນຄັ້ງທີ 4 ຢູ່ ຕາເວັນອອກກາງ

ລັດຖະມົນຕີການຕ່າງປະເທດ ອາເມລິກາ ປະຕິບັດງານເປັນຄັ້ງທີ 4 ຢູ່ ຕາເວັນອອກກາງ - ảnh 1
ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry
(ພາບ: Reuters)

(vovworld) - ວັນ​ທີ 20/5, ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ໄດ້​ເລີ່​ມຕົ້ນ​ການ​ປະຕິບັດ​ງານ​ໄປ​ຍັງ 4 ປະ​ເທດຕາ​ເວັນ​ອອກ​ກາງ​ເຊິ່ງລວມມີ: Oman, ຈໍແດນ, ອິດສະຣາ​ແອນ ​ແລະ ປາ​ແລດ​ສະຕີ​ນ. ຫຼັງ​ຈາກ​ນັ້ນ ທ່ານ​ຈະ​ໄປ​ຍັງ Ethiopia, ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ອົງການ​ເອກະ​ພາບ ອາບຟຣີກາ (OAU) - ​ເຊິ່ງ​ແມ່ນຕົ້ນ​ກຳ​ເນີ​ດຂອງ​ສະຫະພັນ ອາ​ບຟຣີກາ (AU) ປະຈຸ​ບັນ. ນີ້​ແມ່ນ​ການ​ປະຕິບັດ​ງານ​ຄັ້ງ​ທີ​ 4 ຂອງ​ທ່ານ Kerry ​ໄປ​ຍັງ​ເຂດ​ຕາ​ເວ​ັນອອກ​ກາງ​ນັບ​ແຕ່​ເມື່ອ​ໄດ້​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ. ປະ​ເທດ​ທຳ​ອິດ​ທີ່​ທ່ານ​ມາ​ຢ້ຽມຢາມ​ແມ່ນ Oman, ທ່ານລັດຖະມົນຕີການ​ຕ່າງປະ​ເທດ Kerry ຈະ​ມີ​ການ​ເຈລະຈາ​ກັບ​ບັນດາ​ການ​ນຳ​ຂອງ​ປະ​ເທດ​ເຂດ​ອ່າວ​ນີ້​ກ່ຽວ​ກັບ​ກາ​ນພົວພັນ 2 ຝ່າຍ ​ແລະ ບັນ​ດາ​ບັນຫາ​ພາກ​ພື້ນ. ທີ່ ຈໍ​ແດນ, ທ່ານ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກັບ​ຜູ້​ຕາງໜ້າ​ 10 ປະ​ເທດ​ພັນທະ​ມິດ ​ແລະ ບັນດາ​ຄູ່​ຮ່ວມ​ມື​ຫຼັກ​ແຫຼ່ງຂອງ ອາ​ເມ​ລິກາ ຢູ່ ​ເອີ​ລົບ ​ແລະ ​ໂລກ ອາຣັບ​ເພື່ອ​ພິຈາລະນາ​ກ່ຽວ​ກັບ​ອັນ​ທີ່​ເອີ້ນ​ວ່າ “​ໄລຍະ​ຂ້າມ​ຜ່ານ” ຢູ່​ຊີຣີ. ຫຼັງ​ຈາກ​ນັ້ນ ທ່ານ​ຈະ​ໄປ​ຍັງ ອິດສະຣາ​ແອນ ​ແລະ ປາ​ແລດ​ສະຕີ​ນ​ ​ເພື່ອ​ດຳ​ເນີນ​ການ​ເຈລະຈາ​ສະ​ເພາະ​ກັບ​​ການ​ນຳ​ຂອງ 2 ​ປະ​ເທດ​ນີ້​ເພື່ອ​ແນ​ໃສ່​ຊຸກຍູ້​ເຊື່ອມ​ຕໍ່​ການ​ເຈລະຈາ​ສັນຕິພາບ​ຢູ່ຕາ​ເວັນ​ອອກ​ກາງ ​ເຊິ່ງທ່ານ Kerry ​ໄດ້​ພະຍາຍາມ​ຊຸກຍູ້​ໃນ​ຊຸມ​ເດືອນ​ຜ່ານ​ມາ.

        ຈາກ​ນັ້ນ, ທ່ານລັດຖະມົນຕີການ​ຕ່າງປະ​ເທດ Kerry ຈະ​ມີໜ້າ​ຢູ່​ນະຄອນຫຼວງ Addis Ababa ຂອງ Ethiopia ​ເພື່ອ​ຊຸກຍູ້​ການ​ພົວພັນ 2 ຝ່າຍ, ​ເຈລະຈາ​ກັບ​ການ​ນຳ ອາບຟຣີກາ ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ OAU ຢູ່​ທີ່​ນີ້.  ວັນ​ທີ 26/5, ທ່ານ Kerry ຈະ​ກັບ​ຄືນ ຈໍແດນ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເວທີ​ປາ​ໄສ​ເສດຖະກິດ​ໂລກ.

ຂ່າວ/ບົດ​ອື່ນ