ລັດຖະມົນຕີການຕ່າງປະເທດຕ້ອນຮັບຫົວໜ້າສະຖານກົງສູນໃຫຍ່ກິດຕິມະສັກເຂດ Busan-Gyeongnam

(VOVWORLD) - ຕອນບ່າຍວັນທີ 23 ສິງຫາ, ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານຫົວໜ້າສະຖານກົງສູນໃຫຍ່ກິດຕິມະສັກ ຫວຽດນາມ ປະຈຳເຂດ Busan – Gyeongnam Park Soo Kwan
ລັດຖະມົນຕີການຕ່າງປະເທດຕ້ອນຮັບຫົວໜ້າສະຖານກົງສູນໃຫຍ່ກິດຕິມະສັກເຂດ Busan-Gyeongnam - ảnh 1 ທ່ານ ຟ້າມບີງມິງ ແລະ ທ່ານ

Park Soo Kwan

ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບີງມິງ ສະເໜີທ່ານ Park Soo Kwan ສືບຕໍ່ເສີມຂະຫຍາຍບົດບາດເປັນຫົວໜ້າສະຖານກົງສູນກິດຕິມະສັກ; ໜູນຊ່ວຍ, ປົກປ້ອງສິດອັນຊອບທຳໃຫ້ພົນລະເມືອງ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກຢູ່ເຂດ Busan – Gyeongnam. ພ້ອມທັງຕັ້ງໜ້າຂົນຂວາຍບັນດາວິສາຫະກິດໃຫຍ່, ມີຄວາມສາມາດບົ່ມຊ້ອນຢູ່ເຂດ Busan – Gyeongnam ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ, ເປີດກ້ວາງຕະຫລາດ ສ.ເກົາຫຼີ ສຳລັບບັນດາປະເພດສິນຄ້າສົ່ງອອກຂອງ ຫວຽດນາມ; ຊຸກຍູ້ການຮ່ວມມືດ້ານທ່ອງທ່ຽວ, ການສຶກສາ - ບຳລຸງສ້າງລະຫວ່າງ 2 ປະເທດ. ສ່ວນທ່ານ

Park Soo Kwan ຫົວໜ້າສະຖານກົງສູນໃຫຍ່ກິດຕິມະສັກຫວຽດນາມ ເຂດ Busan – Gyeongnam ຢືນຢັນວ່າຈະສືບຕໍ່ມານະພະຍາຍາມເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ