ລັດຖະມົນຕີການຕ່າງປະເທດລັດເຊຍຕອບຄຳຖາມຜ່ານສື່ມວນຊົນກ່ຽວກັບນະໂຍບາຍການຕ່າງປະເທດຂອງລັດເຊຍ

ລັດຖະມົນຕີການຕ່າງປະເທດລັດເຊຍຕອບຄຳຖາມຜ່ານສື່ມວນຊົນກ່ຽວກັບນະໂຍບາຍການຕ່າງປະເທດຂອງລັດເຊຍ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ
 Sergei Lavrov
(ພາບ: sputniknews.com)

(vovworld) - ວັນ​ທີ 22/4, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ Sergei Lavrov ມີ​ການ​ຕອບ​ສຳ​ພາດ​ທາງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຂອງ​ລັດ​ເຊຍ ກ່ຽວ​ກັບ​ການ​ພົວ​ພັນ​ສາ​ກົນ ແລະ ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ລັດ​ເຊຍ, ໃນ​ນັ້ນ​ມີ​ການ​ພົວ​ພັນ​ລະ​ຫວ່າງ ລັດ​ເຊຍ ​ກັ​ບ ອາ​ເມ​ລິ​ກາ ແລະ ຝ່າຍ​ຕາ​ເວັນ​ຕົກ, ກໍ່​ຄື​ສະ​ພາບ​ການ​ຢູ່ ຢູ​ແກຼນ.

        ເມື່ອ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ບັນ​ດາ​ໄພ​ນາບ​ຂູ່​​ທີ່​ມີ​ຕໍ່ ມົດ​ສ​ກູ, ທ່ານ Lavrov ໃຫ້​ຮູ້​ວ່າ: ຈາກ​ພາກ​ຕາ​ເວັນ​ຕົກ, ອົງ​ການ NATO ນັບ​ມື້​ນັບ​ດຳ​ເນີນ​ການ​ຊ້ອມ​ຮົບ​ໃກ້​ກັບ​ຊາຍ​ແດນ ລັດ​ເຊຍ ຫຼາຍ​ກ່​ວາ​ອີກ, ໃນ​ຂະ​ນະ​ນັ້ນ, ອາ​ເມ​ລິ​ກາ ກໍ່​ໄດ້​ຈັດ​ຕັ້ງ​ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ຢູ່ ເອີ​ລົບ, ໂດຍບໍ່​ຫົວ​ຊາ​ຕໍ່​ຄວາມ​ກ້າວ​ໜ້າ​ທີ່​ບັນ​ລຸ​ໄດ້​ໃນ​ບັນ​ດາ​ການ​ເຈ​ລະ​ຈາ​ດ້ານ​ນິວ​ເຄຼຍ ກັບ ອີ​ຣານ. ຫຼັງ​ຈາກນັ້ນ, ທ່ານ Lavrov ເນັ້ນ​ໜັກ​​ເຖິງໄພ​ນາບ​ຂ​ູ່​​ຕໍ່ ລັດ​ເຊຍ ຈາກ​ທາງ​ທິດ​​ໃຕ້​ແມ່ນ​ການ​ເຄື່ອນ​ໄຫວກໍ່​ການ​ຮ້າຍ.

        ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ ຊີ​ຣີ, ທ່ານ​ລັດ​ຖະ​ມົນ​ຕີ​ ລັ​ດ​ເຊຍ ໃຫ້​ຮູ້​ວ່າ: ມົດ​ສ​ກູ ໄດ້​ມີ​ການ​ປະ​ກອບ​ສ່ວນ​ພໍ​ສົມ​ຄວນ​ເພື່ອ​ໃຫ້​ສ​ະ​ພາບ​ການ​ຢູ່ ຊີ​ຣີ ບໍ່​ເກີດ​ຂຶ້ນ​ຫຍັງ​ຄື​ຢູ່ ລີ​ບີ. ກ່ຽວ​ກັບ​ສະ​ພາບ​ການ ຢູ​ແກຼນ, ທ່ານ Lavrov ຢັ້ງ​ຢ​ືນ​ວ່າ: ມົດ​ສະ​ກູ ປາດ​ຖະ​ໜາ​ຢາກ​ໃຫ້ ຢູ​ແກຼນ ແມ່ນ​ປະ​ເທດ ເອ​ກະ​ພາບ​ແຕ່​ຕ້ອງ​ເຄົາ​ລົບ​ຄວາມ​ເປັນຫຼາຍ​ຮູບ​ຫຼາຍ​ແບບ ແລະ ​ການ​ຈັດ​ແບ່ງສິດ​ອຳ​ນາດ​ໃຫ້​ບັນ​ດາ​ພາ​ກ​ພື້ນ, ແລະ ຕ້ອງ​ແມ່ນ​ປະ​ເທດ​ເປັນ​ກາງ ​ດ້ານ​ການ​ເມືອງ - ການ​ທະ​ຫານ​ເພື່ອ​ຮັບ​ປະ​ກັນ​ວ່າ​ບໍ່​ຖືກ​ອົງ​ການ NATO ​ສ້າງ​ເປັນ​ປະ​ເທດ​ຕ້ານ​ລັ​ດ​ເຊຍ.

 


ຂ່າວ/ບົດ​ອື່ນ