ລັດຖະມົນຕີການຕ່າງປະເທດລັດເຊຍແລະຍີ່ປຸ່ນປຶກສາຫາລືກ່ຽວກັບເຫດທົດລອງນິວຄະເລຍຂອງສປປ.ເກົາຫຼີ

ລັດຖະມົນຕີການຕ່າງປະເທດລັດເຊຍແລະຍີ່ປຸ່ນປຶກສາຫາລືກ່ຽວກັບເຫດທົດລອງນິວຄະເລຍຂອງສປປ.ເກົາຫຼີ - ảnh 1
ທ່ານ Sergei Lavrov ລັດຖະມົນຕີ​ການ​ຕ່າງປະ​ເທດ
ລັດ​ເຊຍ ​ແລະ ຄູ່​ຕຳ​ແໜ່​ງ ຍີ່ປຸ່ນ Fumio Kishida
(ພາບ: AFP)

(vovworld) - ​ ​​ ວັນ​ທີ 12/09, ທ່ານ Sergei Lavrov ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ ​ແລະ ຄູ່​ຕຳ​ແໜ່​ງ ຍີ່ປຸ່ນ Fumio Kishida ມີ​ການ​ໂອ້​ລົມ​ທາງ​ໂທລະສັບ​ກ່ຽວ​ກັບ​ເຫດ​ທົດ​ລອງ​ນິວຄະ​ເລຍ​ຄັ້ງ​ໃໝ່​ສຸດ​ຂອງ ສປປ.​ເກົາຫຼີ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Lavrov ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ ປະຕິບັດ​ບັນດາ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ແລະ ຄວາມ​ສຳຄັນ​ຂອງ​ມາດ​ຕະການ​ດ້ານ​ການ​ເມືອງ ​ແລະ ການ​ທູດ​ສຳລັບ​ສະພາບ​ການ​ຢູ່​ແຫຼມ ​ເກົາຫຼີ ​ໃນ​ປະຈຸ​ບັນ ຢ່າງ​ຊັດ​ເຈນ.

        ​ແລະ​ກໍ່ໃນ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ ກໍ່​​ໂອ້​ລົມ​ທາງ​ໂທລະສັບ​ກັບ​ຄູ່​ຕຳ​ແໜ່​ງ ຈີນ ຫວາງ​ອີ, ​ໃນ​ນັ້ນ ຕຳ​ໜິຕິຕຽນ​​ເຫດ​ທົດ​ລອງ​ນິວຄະ​ເລຍ​ມໍ່ໆ​ມາ​ນີ້​ຂອງ ສປປ.​ເກົາຫຼີ. ​ໃນ​ຂະນະ​ນັ້ນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຈີນ ທ່ານ​ນາງ ຄວາ​ຈວນ​ຢີ໋ງ ​ໃຫ້​ຮູ້​ວ່າ: ຈີນ ​ໄດ້​ກະຕຸກ​ຊຸກຍູ້ ອາ​ເມ​ລິ​ກາ ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ຕໍ່​ບັນ​ຫາ​ນິວຄະ​ເລຍ​ໃນ​ແຫຼມ ​ເກົາຫຼີ ​ແລະ ຍົກ​ອອກ​ບັນດາ​ມາດ​ຕະການ​ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ