ລັດຖະມົນຕີການຕ່າງປະເທດອາບການິດສຖານໄປຍັງປາກິດສຖານປຶກສາຫາລືການຮ່ວມມືດ້ານປ້ອງກັນຄວາມສະຫງົບ
ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ
ອາບການິດສຖານ Salahhuddin Rabbani
(ພາບ: baotintuc.vn)
(vovworld) – ວັນທີ 13/08, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາບການິດສຖານ Salahhuddin Rabbani ໄດ້ໄປຮອດນະຄອນຫຼວງ Islamabad ຂອງ ປາກິດສຖານ ເພື່ອປຶກສາຫາລືກ່ຽວກັບບັນຫາປ້ອງກັນຄວາມສະຫງົບ, ໃນນັ້ນສຸມໃສ່ເຂົ້າໃນການຕ້ານກໍ່ການຮ້າຍ. ຄາດວ່າ, ຄະນະນັກການທູດອາບການິດສຖານ ຈະມີການພົບປະເຈລະຈາກັບຜູ້ເປັນທີປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດປາກິດສຖານ Sartaj Aziz ແລະ ເຈົ້າໜ້າທີ່ບາງທ່ານອື່ນ ກ່ຽວກັບບັນດາບັນຫາ 2 ຝ່າຍ. ນີ້ແມ່ນການພົບປະຂັ້ນສູງຄັ້ງທຳອິດລະຫວ່າງ 2 ປະເທດ ພາຍຫຼັງທີ່ພວກກະບົດຕາລີບານ ຢັ້ງຢືນການເສຍຊີວິດຂອງຫົວໜ້າຂະບວນການນີ້ແມ່ນ Mullah Omar. ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ນະຄອນຫຼວງ Islamabad, ທ່ານ Aziz ສະແດງຄວາມຫວັງວ່າ, ລັດຖະບານອາບການິດສຖານ ແລະ ຂະບວນການ ຕາລີບານ ໄດ້ແກ້ໄຂບັນດາຄວາມເຂົ້າໃຈຜິດໃນບັນດາການເຈລະຈາ. ທ່ານຢືນຢັນວ່າ, ປາກິດສຖານ ປາດຖະໜາຢາກໃຫ້ 2 ຝ່າຍເຊື່ອມຕໍການເຈລະຈາຄືນໃໝ່ ແລະ ສະໜັບສະໜູນທິດທາງນີ້.