ລັດຖະມົນຕີການຕ່າງປະເທດອາເມລິກາ ຈະໄປປະຕິບັດງານຢູ່ເອີລົບ ແລະ ຕາເວັນອອກກາງ

ລັດຖະມົນຕີການຕ່າງປະເທດອາເມລິກາ ຈະໄປປະຕິບັດງານຢູ່ເອີລົບ ແລະ ຕາເວັນອອກກາງ - ảnh 1

ທ່ານ John Kerry  ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ

(ພາບ:ອິນ​ເຕີ​ແນັດ)

(vovworld)-​ ວັນ​ທີ 19/2,  ​ໂຄສົກກະຊວງການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Victoria Nulan ປະກາດ​ວ່າ: ທ່ານ John Kerry  ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ຄົນ​ໃໝ່ ຈະໄປ​ປະຕິບັດ​ງານ​ຢູ່​ 9 ປະ​ເທດເອີ​ລົບ ​ແລະ ຕາ​ເວັນ​ອອກ​ກາງ​ໃນ​ອາທິດ​ໜ້າ. ​ແຕ່ວັນ​ທີ 24/2-6/3, ທ່ານ John Kerry  ຈະ​​ເດີນທາງໄປ​ອັງກິດ, ​ເຢຍລະ​ມັນ, ຝະລັ່ງ, ອີ​ຕາ​ລີ, ຕວກກີ, ອີ​ຢີບ, ອາຣາບີ ຊາ​ອູ​ດີ, ຢູໄນ​ເຕັບ​ອາຣັບ​ເອມມີ​ເລັດ ​ແລະ ກາ​ຕາ. ຄາດ​ວ່າ, ຢູ່​ແຕ່ລະ​ປະ​ເທດ, ລັດຖະມົນຕີການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ຈະ​ປຶກສາ​ຫາລື​ກັບ​ຄູ່​ຕຳ​ແໜ່​ງຂອງປະ​ເທດ​ເຈົ້າ​ພາບກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ​ກໍ່​ຄື​ສາກົນ, ​ໃນ​ນັ້ນມີ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ຊຸກຍູ້​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ຕາ​ເວັນ​ອອກ​ກາງ ກໍ່​ຄື​ມາດ​ຕະການ​ຢຸດຕິ​ວິ​ກິດ​ການ​ຢູ່​ຊີຣີ.

 

ຂ່າວ/ບົດ​ອື່ນ