ລັດຖະມົນຕີການຕ່າງປະເທດອາເມລິກາໄປເຖິງຊາອຸດີອາຣາເບຍເພື່ອປຶກສາຫາລືກ່ຽວກັບຊີຣີ

ລັດຖະມົນຕີການຕ່າງປະເທດອາເມລິກາໄປເຖິງຊາອຸດີອາຣາເບຍເພື່ອປຶກສາຫາລືກ່ຽວກັບຊີຣີ - ảnh 1
ລັດຖະມົນຕີການຕ່າງປະເທດອາເມລິກາ
ໄປເຖິງຊາອຸດີອາຣາເບຍເພື່ອປຶກສາຫາລືກ່ຽວກັບຊີຣີ
(ພາບ: sggp)


(vovworld) – ວັນ​ທີ 24/10, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມລິ​ກາ John Kerry ​ໄດ້​​ໄປ​ເຖິງ​ ຊາ​ອຸ​ດີ ອາຣາ​ເບ​ຍ ​ເພື່ອ​ປຶກສາ​ຫາລື​ກັບ​​ເຈົ້າ​ຊີວິດ Salman ​ແລະ ວົງການ​ເຈົ້າ​ໜ້າ​ທີ່​ຂອງ​ປະ​ເທດ​ນີ້ ກ່ຽວ​ກັບ​ວິ​ກິດ​ການ​ທີ່​ແກ່ຍາວ​ເປັນ​ເວລາ 4 ປີຢູ່​ຊີຣີ. ທີ່​ການ​ພົບ​ປະ​ກັບເຈົ້າ​ຊີວິດ Salman, 2 ຝ່າຍ​ຮຽກ​ຮ້ອງ​​ໃຫ້​ປະຊາ​ຄົມ​ໂລກ​ມາ​ນະພະ​ຍາ​ຍາມ​ຫຼາຍ​ກວ່າ​​​ອີກ ​ເພື່​ອແນ​ໃສ່​ຟື້ນ​ຟູ​​ສະຖຽນລະ​ພາບ​ຂອງ​ຊີ​ຣີ. ​ໂຄສົກ​ກະ​ຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kirby ຊີ້​​ແຈ້ງວ່າ, ທັງ ວໍ​ຊິງ​ຕັນ ​ແລະ Riyadh ລ້ວນ​ແຕ່​ສະໜັບສະໜູນ​ຈຸດໝາຍ​ສ້າງ​ປະ​ເທດ​ຊີຣີ ​ເປັນ​ເອກະ​ພາບ, ໝັ້ນຄົງ. 2 ຝ່າຍ​ກໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນຂອງ​ເລື່ອງ​ຂົນຂວາຍ​ປະ​ຊາ​ຄົມ​​ໂລກ​ສະໜັບສະໜູນ​ຈຸດໝາຍ​ນີ້. ກ່ອນ​ໜ້າ​ນັ້ນ, ທ່ານ John Kerry ​ໄດ້​ມີ​ການ​ເຈລະຈາ​ກັບ​ເຈົ້າ​ຊີວິດ Abdillah II ​ແລະ ທ່ານ​ປະທານາທິບໍດີ​ປາ​ແລດ​ສຕິນ Mahmud Abbas ກ່ຽວ​ກັບ​ການ​ປະ​ທະ​ກັນ​ລະຫວ່າງ ປາ​ແລດ​ສຕິນ ​ແລະ ອິດສຣາ​ແອນ.

ຂ່າວ/ບົດ​ອື່ນ