ລັດຖະມົນຕີການຕ່າງປະເທດອາເມລິກາໄປເຖິງເອີລົບເຈລະຈາກ່ຽວກັບບັນຫານິວເຄຼຍຂອງອີຣານ

ລັດຖະມົນຕີການຕ່າງປະເທດອາເມລິກາໄປເຖິງເອີລົບເຈລະຈາກ່ຽວກັບບັນຫານິວເຄຼຍຂອງອີຣານ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry
(ພາບປະກອບ)


​(vovworld) - ​ການ​ໄປ​ປະຕິບັດ​ງານ​ຢູ່​ເອີ​ລົບ ​ເລີ່​ມ​ແຕ່​ທ້າຍ​ອາທິດ​ນີ້​ຂອງ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ​ເພື່ອ​ພົບ​ປະກັບຄູ່​ຮ່ວມ​ຕຳ​ແໜ່​ງອີຣານ Mohammad Javad Zarif ໄດ້​ຮັບ​ຖື​ວ່າ ມີລັກສະນະຕັດສິນ​ ​ເພື່ອ​ແນ​ໃສ່​​ໃຫ້​ຄຳ​ຕອບ​ຄຳ​ຖາມ​ທີ​່ວ່າ ອາດ​ສາມາດ​ບັນລຸ​ໄດ້​ຂໍ້​ຕົກລົງ​ທີ​່ມີ​ລັກສະນະ​ປະຫວັດສາດ​ທີ່​ກ່ຽວ​ຂ້ອງ​ເຖິງ​ໂຄງການ​ນິວ​ເຄຼຍຂອງ​ເຕ​ເຣຣານ ​ໄດ້ ຫຼື ບໍ່. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Jeff Rathke ​ໃຫ້​ຮູ້​ວ່າ, ຈຸດໝາຍ​ຂອງ​ການ​ພົບ​ປະ​ກັນໃນ​ວັນ​ທີ 30/05, ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ ລະຫວ່າງ​ທ່ານ John Kerry ​ແລະ ທ່ານ Mohammad Javad Zarif ​ແມ່ນ​ຄວາມ​ມານະ​ພະຍາຍາມ​ບັນລຸ​ໄດ້ບັນດາ​ບາດກ້າວ​  ​ມຸ່ງ​ໄປ​ເຖິງການ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮອບດ້ານ​ກ່ອນ​ກຳນົດ​ເວລາ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ເຕ​ເຣຣານ ໃນ​ວັນ​ທີ 30/06. ​ເນື້​​ອ​ໃນຕົ້ນ​ຕໍ​ຂອງ​ການ​ພົບ​ປະກັນ​ລະຫວ່າງ 2 ທ່ານ​​ແມ່ນ​ຮັດ​ແຄບ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ຂໍ້​ຕົກລົງ​ຮອບດ້ານ​ສຸດທ​້າຍ.

ຂ່າວ/ບົດ​ອື່ນ