ລັດຖະມົນຕີການຕ່າງປະເທດເຢຍລະມັນຍົກສູງການເຂົ້າຮ່ວມຂອງລັດເຊຍໃນບັນດາບັນຫາສາກົນ

(VOVWORLD) -ວັນທີ 18 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດເຢຍລະມັນ Heiko Maas ໄດ້ມີການພົບປະກັບຄູ່ຕຳແໜ່ງລັດເຊຍ Sergey Lavrov ຢູ່ນອກເວທີປາໄສ Peterburg 2019 ທີ່ພວມດຳເນີນຢູ່ລັດ Nordrhein Westfallen, ທາງທິດຕາເວັນຕົກ ຂອງປະເທດເຢຍລະມັນ.

ລັດຖະມົນຕີການຕ່າງປະເທດເຢຍລະມັນຍົກສູງການເຂົ້າຮ່ວມຂອງລັດເຊຍໃນບັນດາບັນຫາສາກົນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດເຢຍລະມັນ Heiko Maas ແລະ ຄູ່ຕຳແໜ່ງລັດເຊຍ Sergey Lavrov 

(ພາບ: dw.com)

ລັດຖະມົນຕີການຕ່າງປະເທດ 2 ທ່ານໄດ້ປຶກສາຫາລືຫຼາຍບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີເລື່ອງກອບກູ້ເອົາຂໍ້ຕົກລົງນິວເຄຼຍກັບອີຣານ; ອະນາຄົດຂອງການຄວບຄຸມອາວຸດ ແລະ ສະພາບການຢູ່ຢູແກຼນຕາເວັນອອກ…. ທ່ານ Heiko Maas ກໍ່ເນັ້ນໜັກເຖິງການເຈລະຈາກັບລັດເຊຍ ກໍຄື “ການເຂົ້າຮ່ວມມີລັກສະນະສ້າງສັນ” ຂອງລັດເຊຍ ແມ່ນຈຳເປັນທີ່ສຸດ ເພື່ອແກ້ໄຂບັນດາບັນຫາສາກົນ. ຕາມທ່ານ Heiko Maas ແລ້ວ, ສັນຕິພາບຍາວນານຢູ່ເອີລົບ ພຽງບັນລຸໄດ້ຖ້າຫາກ ແບັກແລງ ແລະ ມົດສະກູ ຮ່ວມມືກັນ. ກ່ຽວຂ້ອງເຖິງຂໍ້ຕົກລົງກັບອີຣານ, ທ່ານລັດຖະມົນຕີການຕ່າງປະເທດ Heiko Maas ໃຫ້ຮູ້ວ່າ ແບັກແລງ ຍັງເຄົາລົບຂໍ້ຕົກລົງດັ່ງກ່າວ, ພ້ອມທັງເນັ້ນໜັກວ່າ, ບໍ່ມີປະເທດໃດຢາກເຫັນ ພາກພື້ນປິນຂັ້ນໄດ.

ຕອບກັບ

ຂ່າວ/ບົດ​ອື່ນ