ລັດຖະມົນຕີວ່າການກອງທັບເຮືອອາເມລິກາ ຢ້ຽມຢາມດ່ານັ້ງ

ລັດຖະມົນຕີວ່າການກອງທັບເຮືອອາເມລິກາ ຢ້ຽມຢາມດ່ານັ້ງ - ảnh 1
ທ່ານ Ray Mabus, ລັດຖະມົນຕີ​ວ່າການ​ລັດຖະມົນຕີ​ວ່າການ​
ກອງ​ທັບ​ເຮືອ​ອາ​ເມ​ລິ​ກາ, ຢ້ຽມຢາມມິດຕະພາບ​ນະຄອນ​ດ່າ​ນັ້ງ
(ພາບ: vnexpress.net)


​(vovworld) – ວັນ​ທີ 09/04, ທີ່​ການ​ຕ້ອນຮັບ​ທ່ານ Ray Mabus, ລັດຖະມົນຕີ​ວ່າການ​ກອງ​ທັບ​ເຮືອ​ອາ​ເມ​ລິ​ກາ, ພວມ​ມີ​ການຢ້ຽມຢາມມິດຕະພາບ​ນະຄອນ​ດ່າ​ນັ້ງ, ທ່ານ ຮີງ​ດຶກ​ເທີ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ດ່າ​ນັ້ງ ​ໄດ້​ແຈ້ງ​ໃຫ້​ຊາບ​ບາງ​ຈຸດ​ຕົ້ນ​ຕໍ່​ກ່ຽວ​ກັບ​ສະພາບ​ເສດຖະກິດ​ສັງຄົມ​ຂອງ​ທ້ອງ​ຖິ່ນ. ທ່ານ​ຮີງ​ດຶກ​ເທີ ​ໃຫ້​ຮູ້​ວ່າ, ປະຈຸ​ບັນ, ລະດັບ​ການລົງທຶນ​ຂອງ​ອາ​ເມ​ລິ​ກາ ​ເຂົ້າ​ດ່າ​ນັ້ງ ຍັງ​ຈຳກັດ​ຢູ່. ດ່າ​ນັ້ງ ​ເອົາ​ໃຈ​ໃສ່​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ອາ​ເມ​ລິ​ກາ ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ, ການ​ສຶກສາ, ສາທາລະນະ​ສຸກ. ທ່ານ​ຮີງ​ດຶກ​ເທ​ີ ກໍ່​ຊົມ​ເຊີຍ​ອາ​ເມ​ລິ​ກາ ອຸປະຖຳ​ເຄື່ອງອຸປະກອນ​ 100 ຊຸດໃຫ້​ສູນ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດດ່າ​ນັ້ງ, ປະ​ກອບ​ສ່ວນຫຼຸດຜ່ອນ​ຄວາມເສຍ​ຫາຍຈາກ​ທຳ​ມະ​ຊາດ​ກໍ່​ຂຶ້ນ.

        ທີ່​ການ​ພົບ​ປະ, ທ່ານ Ray Mabus ​ໃຫ້​ຮູ້​ວ່າ, ນີ້​ແມ່ນ​ຄັ້ງ​ທີ 3 ​ທ່ານ​ມາ​ຫວຽດນາມ ​ແລະ ​ເປ​ັນຄັ້ງ​ທຳ​ອິດມາ​ຢ້ຽມ​ຢາມ​ນະຄອນ​ດ່າ​ນັ້ງ. ກ່ຽວ​ກັບ​ການ​ຮ່ວມ​ມື​ຝຶກ​ອົບຮົມ​ລະຫວ່າງ​ເຫຼົ່າ​ທັບ​ເຮືອ 2 ປະ​ເທດ, ທ່ານ Ray Mabus ​ໃຫ້​ຮູ້​ວ່າ, ຈະ​ເພີ່ມ​ທະວີ​ການ​ຮັບປະກັນ​ເສັ້ນທາງ​ເດີນ​ທະ​ເລ​ໃຫ້​ທະລຸ​ລ່ວງ, ຮັບປະກັນ​ການ​ເດີນ​ທະ​ເລ​ຢ່າງ​ເສລີ ​ແລະ ການ​ຄ້າ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ Ray Mabus ​ໄດ້​ໄປ​ຢ້ຽມຢາມ ກໍ່າ​ປັ່ນ​ກອງ​ທັບ​ເຮືອ​ອາ​ເມ​ລິ​ກາ 2 ລຳ ພວມ​ຈອດ​ຢູ່​ທ່າ​ກໍ່າ​ປັ່ນ ຕຽນ​ຊາ, ນະຄອນ​ດ່າ​ນັ້ງ.

ຂ່າວ/ບົດ​ອື່ນ