ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາແລະອີຣານເຈລະຈາກ່ຽວກັບບັນຫານິວເຄຼຍ

ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາແລະອີຣານເຈລະຈາກ່ຽວກັບບັນຫານິວເຄຼຍ - ảnh 1
ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຮານ Mohammad Javad Zarif
(ພາບ: AFP/TTXVN)

(vovworld) - ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍຖືກ​ດຳ​ເນີນ​ໄປ​ໃນ​ວັນ​ທີ 14/1, ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຮານ Mohammad Javad Zarif ແລະ ຄູ່​ຕຳ​ແໜ່ງ ອາ​ເມ​ລິ​ກາ John Kerry, ຢູ່ ເຊີ​ແນວ, ປະ​ເທດ​ສະ​ວິດ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ການ​ພົບ​ປະເພື່ອ​ແນ​ໃສ່​ກະ​ກຽມ​ໃຫ້​ການ​ເຈ​ລະ​ຈາ​ຄົບ​ຖ້ວນ​ລະ​ຫວ່າງ ອີ​ຣານ ກັບ​ຜູ້​ຕາງ​ໜ້າ​ກຸ່ມ P5+1 (ເຊິ່ງ​ລວມ​ມີ 5 ປະ​ເທດ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ແມ່ນ: ອາ​ເມ​ລິ​ກາ, ອັງ​ກິດ, ຝ​ຣັ່ງ, ລັດ​ເຊຍ, ຈີນ ແລະ ເຢຍ​ລະ​ມັນ), ຄາດ​ວ່າ​ຈະ​ໄດ້​ຮັບ​ການ​ເຊື່ອມ​ຕໍ່​ໃນ​ວັນ​ທີ 18/1 ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ Mohammad Javad Zarif ຢືນ​ຢັນ​ວ່າ: ນີ້​ແມ່ນ​ການ​ພົບ​ປະ​ສຳ​ຄັນ​ເຊິ່ງ​ທັງ​ 2 ຝ່າຍ​ລ້ວນ​ແຕ່​ສະ​ແດງ​ສະ​ຕິ​ກຽມ​ພ້ອມ​ຊຸກ​ຍູ້​ດຳ​ເນີນ​ກາ​ນ​ເຈ​ລະ​ຈາ​ເພື່ອ​ແນ​ໃສ່​ທຳ​ລ​າ​ຍ​ສະ​ພາບບໍ່​ມີ​ທາງ​ອອກ ​ເຊິ່ງເຄີຍ​ເຮັດ​ໃຫ້​ບັນ​ດາ​ຝ່າຍບໍ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບ​ໂຄງ​ການ​ນິວ​ເຄຼຍ ຂອງ ອີ​ຣານ ໃນ​ຈຸດ​ເວ​ລາ​ສຸດ​ທ້າຍ​ແມ່ນ​ກ່ອນ​ວັນ​ທີ 24/11/2014. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ເມື່ອ​ເຕື້ອງ​ເຖິງ​ຄວນ​ສາ​ມາດ​ບັນ​ລ​ຸ​ໄດ້​ຂໍ້​ຕົກ​ລົງ​ສຸດ​ທ້າຍ​ໃນ​ວັນ​ທີ 1/7 ຈະ​ມາ​ເຖິງ, ທ່ານ Mohammad Javad Zarif ຍັງ​ຕອບ​ວ່າ “ພວກ​ຂ້າ​ພະ​ເຈົ້າ​ຈະ​ມາ​ນະ​ພະ​ຍາ​ຍາມ”.


ຂ່າວ/ບົດ​ອື່ນ