ລັດຖະມົນຕີວ່າການກະຊວງການຕ່າງປະເທດເຢຍລະມັນ:ການເຈລະຈານິວເຄຼຍອີຣານພວມຢູ່ໃນໄລຍະຕັດສິນຊີ້ຂາດ

ລັດຖະມົນຕີວ່າການກະຊວງການຕ່າງປະເທດເຢຍລະມັນ:ການເຈລະຈານິວເຄຼຍອີຣານພວມຢູ່ໃນໄລຍະຕັດສິນຊີ້ຂາດ - ảnh 1
​​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເຢຍ​ລະ​ມັນ Frank Walter Steinmeier
(ພາບ: AFP/TTXVN)

(​vovworld) – ​​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເຢຍ​ລະ​ມັນ Frank Walter Steinmeier ໄດ້​ເຈ​ລະ​ຈາ​ກັບ​ຄູ່​ຕຳ​ແໜ່ງ ອີ​ຣານ Mohammad Javad Zarif ຢູ່​ນະ​ຄອນຫຼວງ ແບກ​​ແລງ, ປະ​ເທດ ເຢຍ​ລະ​ມັນ ກ່ຽວ​ກັບ​ໂຄງ​ການ​ນິວ​ເຄຼຍ​ຂອງ ເຕ​ເຮ​ຣານ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ພາຍຫຼັງ​ການ​ເຈ​ລະ​ຈາ, ທ່ານ​ລັດ​ຖະ​ມົນ​ຕີ Steinmeier ໃຫ້​ຮູ້​ວ່າ: 2 ຝ່າຍ​ໄດ້​ຮັບ​ຮູ້​ລວມ​ວ່າ: ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ໂຄງ​ການ​ນິວ​ເຄຼຍ ອີ​ຣານ ​ພວມຢູ່​ໃນ “ໄລ​ຍະ​ຕັດ​ສິນ​ຊີ້​ຂາດ”. ຕາມ​ທ່ານ​ແລ້ວ, ເວ​ລາ​ກຳ​ນົດສຸດ​ທ້າຍ​ໃຫ້​ແກ່​ຂໍ້​ຕົກ​ລົງ​ສຸດ​ທ້າຍ​ກ່ຽວ​ກັບ​ບັນ​ຫາ​ດັ່ງ​ກ່າ​ວ​ໄດ້​​ຮັບ​ການຕໍ່​ກຳ​ນົດ​ເວ​ລາ​​ເຖິງ 2 ຄັ້ງ​ແລ້ວ ບໍ່​ມີ​ສາຍ​ເຫດ​ໃດ​​ພາໃຫ້ຝ່າຍ​ຕ່າງໆ​ສືບ​ຕໍ່​ແກ່​ຍາວ​ວິ​ວັດ​ການນີ້​ອີກ. ທ່ານກໍ່​ເນັ້ນ​ໜັກ​ວ່າ: ອີ​ຣານ​ຕ້ອງ​ຍຸບ​ເລີກ​ຈຸດ​ໝາຍ​ພັດ​ທະ​ນາ​ອາ​ວຸດ​ນິວ​ເຄຼຍ​ຕາມ​ວິ​ທີ​ກະ​ຈ່າງ​ແຈ້ງ, ຄວບ​ຄຸມ​​ງ່າຍ​ ແລະ ຍາວ​ນານ, ​ແທນ​ທີ​ນັ້ນບັນ​ດາ​ຄຳ​ສັ່ງ​ລົ​ງ​ໂທດ​ເລັ່ງ​ໃສ່ ເຕ​ເຮ​ຣານ ຈະ​ຍົກ​ເລີກ​ເທື່ອ​ລະ​ກ້າວ​ຕາມ​ວິ​ທີ​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ.

        ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ Zarif ສະ​ແດງ​ເຈດ​ຕະ​ນາ​ດີ​ຂອງ ອີ​ຣານ ​ທີ່ຢາກ​ກຳ​ແໜ້ນ​ໂອ​ກາດ​ໃນ​ປະ​ຈຸ​ບັນ​ເພື່ອ​ບັນ​ລຸ​ໄດ້​ສັນ​ຕິ​ພາບ, ຄວາມ​ສະ​ຫງົບ ແລະ ຄວາມ​ຍຸ​ຕິ​ທຳ. ທ່ານ Zarif ຕີ​ລາ​ຄາ​ສູງ​ບົດ​ບາດ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ເຢຍ​ລະ​ມັນ ໃນ​ກາ​ນ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ໂຄງ​ການ​ນິວ​ເຄຼຍ​ຂອງ ອີ​ຣານ.


ຂ່າວ/ບົດ​ອື່ນ