ລັດຖະມົນຕີວ່າການກະຊວງຕຳຫລວດເຈີ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດສະວິດ

ລັດຖະມົນຕີວ່າການກະຊວງຕຳຫລວດເຈີ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດສະວິດ - ảnh 1
ທ່ານ​ພົນ​ເອກ​ ເຈີ່ນດ້າຍ​ກວາງ ຕ້ອນຮັບ​ ທ່ານ Andreju Motyl

 (vovworld) - ວັນ​ທີ 2/7, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ເອກ​ ເຈີ່ນດ້າຍ​ກວາງ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫລວດ ຫວຽດນາມ ​ໄດ້​ໃຫ້ການຕ້ອນຮັບ​ທ່ານ Andreju Motyl, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງສະຫະພາບ ສະ​ວິດ ປະຈຳ ຫວຽດນາມ ​ເຂົ້າ​ຢ້​ຽມ​ອຳ​ລາ​ເມື່ອ​ງ​ໃນ​ໂອກາດ​ສິ້ນ​ສຸດການ​ປະຕິບັດ​ໜ້າ​ທີ່​ການ​ທູດຢູ່ ຫວຽດນາມ. ທ່ານ​ລັດຖະມົນຕີ ​ເຈີ່ນ​ດ້ານ​ກວາງ ​ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ ສຳຄັນ​ຂອງທ່ານ​​ເອກ​ອັກຄະ​ລັດຖະທູດ ​ໃນ​ຕະຫລອດ​​ໄລຍະປະຕິບັດ​ໜ້າ​ທີ່ການ​ທູ​ດຢູ່​ ຫວຽດນາມ. ທ່ານ​ລັດຖະມົນຕີ ​ເຈີ່ນ​ດ້າຍ​ກວາງ ປາດ​ຖະໜາ​ວ່າ: ​​ໃນ​ຖານະ​ຕຳ​ແໜ່​ງ​ໃໝ່​, ​ທ່ານເອກ​ອັກ​ຄະ​ລັດຖະທູດ​ຈະ​ສືບ​ຕໍ່​​ເອົາ​ໃຈ​ໃສ່, ສະໜັບສະໜູນ ​ແລະ ​ເພີ່ມ​ພຸນ​ຄຸນ​ສ້າງໃຫ້​ການ​ພົ​ວພັນ​ຮ່ວມ​ມື, ມິດຕະພາບ​ຫລາຍ​ດ້ານ​ລະຫວ່າງ 2 ປະ​ເທດ ​ແລະ ລະຫວ່າງ​ກະຊວງ​ຕຳຫລວດ​ ຫວຽດນາມ ກັບ​ບັນດາອົງການ​ປະຕິບັດ​ກົດໝາຍ​ຂອງ ສະ​ວິດ.

ຂ່າວ/ບົດ​ອື່ນ