ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມຟູ່ງກວາງແທງຕ້ອນຮັບຮອງເລຂາທິການໃຫຍ່ສະຫະປະຊາຊາດ

ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມຟູ່ງກວາງແທງຕ້ອນຮັບຮອງເລຂາທິການໃຫຍ່ສະຫະປະຊາຊາດ - ảnh 1
ທ່ານ​ຮອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ
Herve Ladsuo ແລະ ທ່ານ​ພົນ​ເອກ​ ຟູ່ງກວາງ​ແທງ

(vovworld) – ​​​ ​ຕອນ​ເຊົ້າ​ວັນ​ທີ 10/6, ຢູ່​ສຳນັກງານກະຊວງ​ປ້ອງ​ກັນ​ປະ​ເທດ, ທ່ານ​ຮອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Herve Ladsuo ຮັບຜິດຊອບ​ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ ​​ໄດ້ເຂົ້າ​ຢ້ຽມ​ຂ່ຳນັບ ທ່ານ​ພົນ​ເອກ​ຟູ່ງກວາງ​ແທງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ​. ທີ່​ການ​ພົບ​ປ​ະ, ທ່ານ​ພົນ​ເອກ​ຟູ່ງກວາງ​ແທງ ຕີ​ລາຄາ​ສູງ​ຄວາມ​ສຳຄັນ, ຈຸດປະສົງ ​ແລະ ຄວາມ​ໝາຍ​ການ​​ຢ້ຽມຢາມຂອງ​ທ່ານ​ຮອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ​ໃນ​ສະພາວະ​ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຢ່າງ​​ແຮງ, ຕັ້ງໜ້າ​ກະກຽມ ​ແລະ ພ້ອມ​ແລ້ວ​ທີ່​ຈະສົ່ງ​ກຳລັງ​ເຂົ້າ​ຮ່ວມບັນດາ​ຄະນະ​ປະຕິບັດ​ງານ​ຮັກສາ​ສັນຕິພາບ ສະຫະ​ປະຊາ​ຊາດ​ ​ເມື່ອ​ມີ​ຄວາມ​ຮຽກຮ້ອງຕ້ອງການ ​ເພື່ອພ້ອມ​ກັບ​ປະຊາ​ຄົມ​ສາກົນ​ມານະ​ພະຍາຍາມ​ປະກອບສ່ວນ​ເພື່ອ​ໂລກ​ສັນຕິ​ພາບ ​ແລະ ວັດທະນາ​ຖາວອນກ່ວາ. ທ່ານ​ລັດຖະມົນຕີຟູ່ງກວາງ​ແທງ ຢັ້ງຢືນ​ວ່າ: ກອງທັບ​ປະຊາຊົນ​ຫວຽດນາມ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດ ​ແນ່​​ນອນ​ຈະ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ສາກົນ​ເປັນ​ຢ່າງ​ດີ, ​ມີ​ການປະກອບສ່ວນ​ຫຼາຍ​ຢ່າງໃຫ້ການ​ເຄື່ອ​ນໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ