ລັດຖະມົນຕີແຮງງານບັນດາປະເທດອາຊຽນເຫັນດີຕໍ່ບັນຫາຍົກຍ້າຍຄົນງານ

ລັດຖະມົນຕີແຮງງານບັນດາປະເທດອາຊຽນເຫັນດີຕໍ່ບັນຫາຍົກຍ້າຍຄົນງານ - ảnh 1
(ກອງ​ປະຊຸມລັດຖະມົນຕີ​ແຮງ​ງານ​ບັນດາ​ປະ​ເທດ​ອາ​ຊຽນຄັ້ງ​ທີ 24)

(vovworld) - ວັນ​ທີ 16/5, ຢູ່​ນະຄອນຫຼວງ​ວຽງ​ຈັນ, ​ແຫ່ງ ສປປ ລາວ, ກອງ​ປະຊຸມລັດຖະມົນຕີ​ແຮງ​ງານ​ບັນດາ​ປະ​ເທດ​ອາ​ຊຽນຄັ້ງ​ທີ 24 (ALMM - 24), ກອງ​ປະຊຸມລັດຖະມົນຕີ​ແຮງ​ງານ ອາ​ຊຽນ+3 ຄັ້ງ​ທີ 9 ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ຈົບງາມ. ​ແຈ້ງ​ການ​ຮ່ວມ​ຂອງ​ກອງ​ປະຊຸມ​ໃຫ້​ຮູ້​ວ່າ, ​ເລື່ອງ​ຈັດ​ຕັ້ງ​ການ​ປະຕິບັດ​ແຜນການ​ດຳ​ເນີນ​ງານ​ຂອງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ແຕ່​ປີ 2016 ກ່ຽວ​ກັບ​ຂົງ​ເຂດ​ແຮງ​ງານ, ​ໃນ​ນັ້ນ​ມີ​ບັນຫາ​ຄົນ​ງານ​ທີ່​ມີ​ສີມື​ດີ​ໄປ​ອົບ​ພະຍົບ, ​ແມ່ນ​ໜຶ່ງ​ໃນ​ຈຳນວນບຸລິ​ມາ​ສິດ 4 ຢ່າງ​, ​ເຊິ່ງບັນດາ​ປະ​ເທດ​ອາ​ຊຽນ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນ, ນັ້ນ​ແມ່ນ​ຈະ​ມີ​ການ​ຍົກຍ້າຍຄົນງານ​ໂດຍ​ບໍ​່​ຈຳກັດ ຫຼື​ຄົນ​ງານ​​ໄປອົບ​ພະຍົບຢ່າງ​ເສລີ.

ທີ່​ກອງ​ປະຊຸມ, ລັດຖະມົນຕີ​ແຮງ​ງານ​ບັນດາ​ປະ​ເທດ​ອາ​ຊຽນ ຄັ້ງ​ທີ 24, ບັນດາ​ຜູ້​ແທນ​ສຸມ​ໃສ່​ປຶກສາ​ຫາລື​ຕົ້ນຕໍ​ເຂົ້າ​ບັນດາ​ບັນຫາ​ພື້ນຖານ​ເຊັ່ນ: ​ແລກປ່ຽນ​ຂໍ້​ມູນ​ຂ່າວກ່ຽວ​ກັບ​ຕະຫຼາດ​ຄົນ​ງານ, ​ແລກປ່ຽນ​ບັນດາ​ບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ກົດໝາຍ, ຮັບປະກັນ​ຊີວິດ​ສັງຄົມ​​ໃຫ້​ແກ່​ຄົນ​ງານ. ກອງ​ປະຊຸມ​ກໍ່​ປຶກສາ​ຫາລື ​ແລະ ສຸມ​ໃສ່​ແນະນຳ​ບັນດາ​ບົດຮຽນ, ບັນດາ​ແບບຢ່າງ​ທີ່​ມີ​ປະສິດທິ​ຜົນ​ໃນ​ວິວັດ​ແຫ່ງ​ການ​ຍົກຍ້າຍ​ຄົນ​ງານ. ບັນດາ​ລັດຖະມົນຕີ​ແຮງ​ງານ​ຖື​ວ່າ, ສິ່ງ​ສຳຄັນ​ທີ່​ສຸດ​​ແມ່ນ​ບັນດາ​ປະ​ເທດ​ອາ​ຊຽນ​ໄດ້​ມີ​ທັດສະນະ​ລວມ​ໃນ​ການ​ພ້ອມ​ກັນ​ແບ່ງປັນ, ສົມທົບ​ກັນ, ສູ້​ຊົນ​ກໍ່ສ້າງ​ອາ​ຊຽນ​ໃຫ້​ມີ​ຄວມຂະຫຍັນ​ຂັນ​ເຄື່ອນ ​ແລະ ພັດທະນາ. ຊ24ທີ 24 (ັ້?ໆ​ນະຄອນຫຼວງ​ວຽງ​ຈັນ, ​ແຫ່ງ ສປປ ລາວ, ​ງານ​ທັງ​ໝົດ​ເຊິ່ງອະນຸ​ກຳມະການ​ຕ້ອງ​ດຳ​ເນີນ​ແຕ່​ວັນ​ທີະພາ​ປະຊາຊົນ ກ່ຽວ​ກັບ​ຂົງ​ເຂດ​ແຮງ​ງານ, ​ໃນ​ນັ້ນ​ບັນຫາ​ຄົນ​ງານ

ຂ່າວ/ບົດ​ອື່ນ