ລັດ​ເຊຍ, ກາ​ຊັກ​ສະ​ຖານ ແລະ ອູ​ເບ​ກິດ​ສະ​ຖານ ພິ​ຈາ​ລະ​ນາ​ການ​ສ້າງ​ຕັ້ງ​ສະ​ຫະ​ພັນ ອາຍ​ແກັດ

(VOVWORLD) -ລັດເຊຍ ພ້ອມກັບ ກາຊັກສະຖານ ແລະ ອູເບກິດສະຖານ ພວມປຶກສາຫາລືກ່ຽວກັບການສ້າງຕັ້ງສະຫະພັນອາຍແກັດ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການອາຍແກັດຂອງ 3 ປະເທດນີ້ ແລະ ສະໜອງໃຫ້ແກ່ຕະຫຼາດບັນດາປະເທດທີ 3. 

ວັນທີ 29 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ລັດເຊຍ Alexander Novak ໃຫ້ຮູ້ວ່າ ປະເທດນີ້ພ້ອມກັບ ກາຊັກສະຖານ ແລະ ອູເບກິດສະຖານ ພວມປຶກສາຫາລືກ່ຽວກັບການສ້າງຕັ້ງສະຫະພັນອາຍແກັດ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການອາຍແກັດຂອງ 3 ປະເທດນີ້ ແລະ ສະໜອງໃຫ້ແກ່ຕະຫຼາດບັນດາປະເທດທີ 3. ໃນນັ້ນ ມີ ຈີນ. ທ່ານກໍໃຫ້ຮູ້ຕື່ມອີກວ່າ ຂົງເຂດການຮ່ວມມືນີ້ ພວມໄດ້ຮັບການພິຈາລະນາ, ໃນສະພາບການທີ່ລັດເຊຍ, ກາຊັກສະຖານ ແລະ ອູເບຊັກສະຖານ ໄດ້ມີລະບົບຂົນສົ່ງອາຍແກັດແບບດຽວກັນ ແຕ່ສະໄໝ ໂຊວຽດ ພຸ້ນ. ຕາມທ່ານແລ້ວ, ທັງ 3 ປະເທດ ມີຫຼາຍກາລະໂອກາດເພື່ອເປີດກວ້າງການຮ່ວມມືນຳກັນ, ລວມທັງການສະໜອງ ແລະ ການບຳບັດອາຍແກັດ, ກໍຄືການສົ່ງອອກ.


ຕອບກັບ

ຂ່າວ/ບົດ​ອື່ນ