ລັດເຊຍ ກາຍເປັນປະເທດທຳອິດໃນໂລກ ຈົດທະບຽນ ວັກຊີນ ກັນເຊື້ອພະຍາດ ໂຄວິດ 19

(VOVWORLD) - ເລື່ອງຜະລິດ ວັກຊີນກັນເຊື້ອພະຍາດໂຄວິດ 19  ເປັນຈຳນວນຫລວງຫລາຍທີ່ໄດ້ຈົດທະບຽນຢູ່ ລັດເຊຍ ຈະເລີ່ມຕົ້ນໃນອະນາຄົດໃກ້ໆນີ້.

ລັດເຊຍ ກາຍເປັນປະເທດທຳອິດໃນໂລກ ຈົດທະບຽນ ວັກຊີນ ກັນເຊື້ອພະຍາດ ໂຄວິດ 19 - ảnh 1 ລັດເຊຍ ກາຍເປັນປະເທດທຳອິດໃນໂລກ ຈົດທະບຽນ ວັກຊີນ ກັນເຊື້ອພະຍາດ ໂຄວິດ 19

ພາບ:Tass

ວັນທີ 11 ສິງຫາ, ປະທານາທິບໍດີ ລັດເຊຍ Vladimir Putin ຖະແຫລງວ່າ ປະເທດນີ້ໄດ້ພັດທະນາ ປະເພດ ວັກຊີນ ທຳອິດເພື່ອກັນເຊື້ອພະຍາດ ໂຄວິດ 19. ໄລ່ຮອດຈຸດເວລານີ້ ລັດເຊຍ ກາຍເປັນປະເທດທຳອິດໃນໂລກ ຄົ້ນຄ້ວາສຳເລັດ ວັກຊີນ ກັນໄວຣັດ SARS-COV-2 ຢູ່ ລັດເຊຍ.

ການນຳ ລັດເຊຍ ໃຫ້ຮູ້ວ່າ: ວັກຊີນ ດັ່ງກ່າວໄດ້ນຳໃຊ້ຢ່າງມີປະສິດທິຜົນ, ສ້າງເປັນພູມຕ້ານທານ ແລະໄດ້ຜ່ານຜ່າທຸກການກວດກາທີ່ຈຳເປັນ. ເລື່ອງຜະລິດ ວັກຊີນ ເປັນຈຳນວນຫລວງຫລາຍທີ່ໄດ້ຈົດທະບຽນຢູ່ ລັດເຊຍ ຈະເລີ່ມຕົ້ນໃນອະນາຄົດໃກ້ໆນີ້.

ຕອບກັບ

ຂ່າວ/ບົດ​ອື່ນ