ລັດເຊຍ ກ່າວປະນາມບັນດາຄໍາສັ່ງລົງໂທດ ແລະ ການນາບຂູ່ໃໝ່ ຂອງ ອາເມລິກາ

(VOVWORLD) -ອາເມລິກາ ຈັດວາໃສ່ ທະນາຄານ Ervofinance Mosnarbank ເຊິ່ງມີສໍານັກງານຕັ້ງຢູ່ ລັດເຊຍ ໂດຍ ເວເນຊູເອລາ ຖືກໍາມະສິດສ່ວນໃດສ່ວນໜຶ່ງ ດ້ວຍຂໍ້ຫາທີ່ວ່າ “ມີກົນອຸບາຍ ທັບມ້າງ ບັນດາຄໍາສັ່ງລົງໂທດຂອງ ອາເມລິກາ ສໍາລັບ ເວເນຊູເອລາ”
ລັດເຊຍ ກ່າວປະນາມບັນດາຄໍາສັ່ງລົງໂທດ ແລະ ການນາບຂູ່ໃໝ່ ຂອງ ອາເມລິກາ - ảnh 1ສໍານັກງານ ທະນາຄານ Ervofinance Mosnarbank ຢູ່ມົດສະກູ (ພາບ: VOA)

ວັນທີ 13 ມີນາ, ກະຊວງການຕ່າງປະເທດລັດເຊຍ ໄດ້ອອກຖະແຫຼງການ ກ່າວປະນາມບັນດາມາດຕະການລົງໂທດໃໝ່ ເຊິ່ງ ອາເມລິກາ ຈັດວາໃສ່ ທະນາຄານ Ervofinance Mosnarbank ເຊິ່ງມີສໍານັກງານຕັ້ງຢູ່ ລັດເຊຍ ໂດຍ ເວເນຊູເອລາ ຖືກໍາມະສິດສ່ວນໃດສ່ວນໜຶ່ງ ດ້ວຍຂໍ້ຫາທີ່ວ່າ “ມີກົນອຸບາຍ ທັບມ້າງ ບັນດາຄໍາສັ່ງລົງໂທດຂອງ ອາເມລິກາ ສໍາລັບ ເວເນຊູເອລາ”, ກໍຄືເລື່ອງ ອາເມລິກາ ນາບຂູ່ຈະລົງໂທດກຸ່ມບໍລິສັດນໍ້າມັນບໍ່ Rosneft ຂອງ ລັດເຊຍ ເພື່ອຮ່ວມມືກັບ ເວເນຊູເອລາ.

        ຖະແຫຼງການຂອງກະຊວງການຕ່າງປະເທດ ລັດເຊຍ ໄດ້ຮຽກຮ້ອງໃຫ້ “ອາເມລິກາ ພິຈາລະນາຄືນໃໝ່, ແທນທີ່ຈະຈັດວາງຄໍາສັ່ງລົງໂທດ ສໍາລັບບັນດາບໍລິສັດ ແລະ ທະນາຄານຕ່າງປະເທດ, ຈົ່ງດໍາເນີນຕາມທິດ ພ້ອມກັນມານະພະຍາຍາມພາຍໃຕ້ການປົກປ້ອງຂອງສະຫະປະຊາຊາດ ເພື່ອຊ່ວຍສ້າງສະຖຽນລະພາບຢູ່ ເວເນຊູເອລາ ບົນຫຼັກການຂອງກົດໝາຍສາກົນ”.


ຕອບກັບ

ຂ່າວ/ບົດ​ອື່ນ