ລັດເຊຍ, ຍີ່ປຸ່ນ ດຳເນີນການຊ້ອມຮົບຢູ່ນອກຝັ່ງ Vladivostok

(vovworld) - ວັນ​ທີ 26/9, ລັດ​ເຊຍ, ຍີ່​ປຸ່ນ ດຳ​ເນີນ​ການ​ຊ້ອມ​ຮົບ​ຕ້ານ​ໂຈນ​ສະ​ລັດຢູ່​ນອກ​ຝັ່ງທະ​ເລ Vladivostok ທີ່ຂຶ້ນ​ກັບ​​ເຂດ​ຕາ​ເວັນ​ອອກ​ໄກ ຂອງ ລັດ​ເຊຍ. ກຳ​ປັ່ນ​ຮົບ 2 ລຳ ຂອງ​ຍີ່​ປຸ່ນ ​ໄດ້​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​​ໃນ​ເວລາ​ມື້ຫນຶ່ງ​ພ້ອມ​ກັບ​ກຳ​ປັ່ນ​ຂັບ​ໄລ່ Panteleyev ​ແລະ ບັນດາ​ກຳປັ່ນ​ອື່ນ​ຂອງ​ລັດ​ເຊຍ. ຕາມ​ແຜນການ​ແລ້ວ, ກຳ​ປັ່ນ​ຮົບ​ລຳ​ດັ່ງກ່າວ​ຈະ​ດຳ​ເນີນ​ການ​ແລກປ່ຽນ ຕິດ​ຕໍ່​ສື່ສານ​ ​ແລະ  ​ຊ້ອມ​ຮົບ​​ໃນ​ການ​ຊອກ​ຫາ ກູ້​ໄພ​ກູ້​ຊີບ.

ຕອບກັບ

ຂ່າວ/ບົດ​ອື່ນ