ລັ​ດ​ເຊຍ ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ ຫວຽດ​ນາມ​ ໃນ​ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ

(VOVWORLD) -ທ່ານ Sergey Lavrov ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ ຕີລາຄາສູງການພົວພັນກັບ ຫວຽດນາມ ລັດເຊຍ ຮັບຮູ້ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ມຸ່ງໄປເຖິງການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຄືດັ່ງໄດ້ປະກາດໃນຂອບເຂດການພົວພັນລະຫວ່າງ ລັດເຊຍ - ອາຊຽນ. 
ລັ​ດ​ເຊຍ ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ ຫວຽດ​ນາມ​ ໃນ​ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ - ảnh 1ທ່ານ Sergey Lavrov ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ (ພາບ: ກະຊວງການຕ່າງປະເທດລັດເຊຍ) 

ໃນວັນທີ 17 ມິຖຸນາ, ທີ່ກອງປະຊຸມຖະແຫລງຂ່າວແຈ້ງຜົນກອງປະຊຸມທາງອອນລາຍຂັ້ນລັດຖະມົນຕີກະຊວງການຕ່າງປະເທດລະຫວ່າງບັນດາປະເທດສະມາຊິກ ອາຊຽນ ແລະ ລັດເຊຍ ກ່ຽວກັບບັນດາມາດຕະການຮັບມືກັບໂລກລະບາດໂຄວິດ-19, ເຊິ່ງດຳເນີນໃນວັນດຽວກັນ, ທ່ານ Sergey Lavrov ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ ຕີລາຄາສູງການພົວພັນກັບ ຫວຽດນາມ ລັດເຊຍ ຮັບຮູ້ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ມຸ່ງໄປເຖິງການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຄືດັ່ງໄດ້ປະກາດໃນຂອບເຂດການພົວພັນລະຫວ່າງ ລັດເຊຍ - ອາຊຽນ. ກ່ຽວກັບເລືຶ່ອງ ຫວຽດນາມ ອາດຈະສວມບົດບາດເປັນຂົວຕໍ່ລະຫວ່າງ ລັດເຊຍ - ອາຊຽນ, ທ່ານ Lavrov ຖືວ່າ ລັດເຊຍ ໄດ້ກຳນົດການພົວພັນຄູ່ຮ່ວມມືຍຸດທະສາດກັບ ອາຊຽນ ແລະ ຫວຽດນາມ ແມ່ນສວມບົດບາດຢູ່ແຖວໜ້າ. ລັດເຊຍ ຈະອີງໃສ່ ຫວຽດນາມ ກໍ່ຄື ບັນດາປະເທດຕ່າງໆໃນພາກພື້ນ ອາຊຽນ ເພື່ອຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກ່ວາອີກ.

ນອກຈາກການຍົກໃຫ້ເຫັນບາງຂົງເຂດມີຄວາມສາມາດເພີ່ມທະວີການຮ່ວມມືກັບ ຫວຽດນາມ, ທ່ານ Lavrov ປາດຖະໜາວ່າ ຫວຽດນາມ ຈະກາຍເປັນປະເທດ ອາຊຽນ ທຳອິດທີ່ລົງນາມສັນຍາການຄ້າເສລີກັບ ສະຫະພັນເສດຖະກິດ ອາຊີ - ເອີລົບ ແລະ ຕໍ່ຈາກນັ້ນບາງປະເທດ ອາຊຽນ ອື່ນກໍ່ເລີ່ມຕົ້ນການເຈລະຈາສັນຍານີ້. ດ້ວຍແງ່ຫວັງດັງທີ່ດີງາມຈາກສອງຝ່າຍ, ທ່ານ Lavrov ໃຫ້ຮູ້ວ່າ ລັດເຊຍ ຈະຕັ້ງໜ້າໜູນຊ່ວຍ ຫວຽດນາມ ປະຕິບັດໃຫ້ສຳເລັດບັນດາບົດບາດເປັນປະທານໝູນວຽນ ອາຊຽນ ກໍ່ຄື ເປັນປະທານບັນດາເວທີປາໄສໃນຂອບເຂດເວທີປາໄສ ອາຊີຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ