ລັດ​ເຊຍ ​ຕັດ​ສິນ​ໃຈ​ຢຸ​ດ​ຕິ​ການ​ປະ​ຕິ​ບັດ​ສິດ​ອຳ​ນາດ​ຂອງ​ຕົນ​ຢູ່​ສະ​ພາ ສ​ປ​ຊ ກ່ຽວ​ກັບ​ສິ​ດ​ທິ​ມະ​ນຸດ​ໂດຍ​ໄວ

(VOVWORLD) -ວັນທີ 7 ເມສາ, ທ່ານ Gennady Kuzmin ຮອງຫົວໜ້າຄະນະຜູ້ຕາງໜ້າ ລັດເຊຍ ປະຈຳ ສປຊ ໄດ້ຖະແຫຼງວ່າ: ລັດເຊຍ ໄດ້ຕັດສິນໃຈຢຸດຕິການເປັນສະມາຊິກ ສະພາ ສປຊ ກ່ຽວກັບສິດທິມະນຸດ ໂດຍໄວ.

ລັດ​ເຊຍ ​ຕັດ​ສິນ​ໃຈ​ຢຸ​ດ​ຕິ​ການ​ປະ​ຕິ​ບັດ​ສິດ​ອຳ​ນາດ​ຂອງ​ຕົນ​ຢູ່​ສະ​ພາ ສ​ປ​ຊ ກ່ຽວ​ກັບ​ສິ​ດ​ທິ​ມະ​ນຸດ​ໂດຍ​ໄວ - ảnh 1 ທ່ານ Gennady Kuzmin ຮອງຫົວໜ້າຜູ້ຕາງໜ້າ ລັດເຊຍ ປະຈຳ ສປຊ  (ພາບ: VOV)

ພາຍຫຼັງ ສະມັດຊາໃຫຍ່ ສປຊ ອອກຂໍ້ຕົກລົງວ່າດ້ວຍການຢຸດການເປັນສະມາຊິກຂອງ ລັດເຊຍ ໃນສະພາສິດທິມະນຸດ, ທ່ານ Gennady Kuzmin ຮອງຫົວໜ້າຜູ້ຕາງໜ້າ ລັດເຊຍ ປະຈຳ ສປຊ ຖະແຫຼງວ່າ: “ສະຫະພັນ ລັດເຊຍ ໄດ້ຕັດສິນໃຈຢຸດຕິສິດໃນການເປັນສະມາຊິກຂອງສະພາສປຊ ກ່ຽວກັບສິດທິມະນຸດນັບແຕ່ວັນທີ 7 ເມສາ ປີ 2022 ເປັນຕົ້ນໄປ”. ທ່ານ Kuzmin ຢັ້ງຢືນວ່າ ລັດເຊຍ ຈະສືບຕໍ່ປະຕິບັດບັນດາພັນທະສາກົນໃນຂົງເຂດສິດທິມະນຸດ, ພາຍຫຼັງອອກຈາກສະພາ ສປຊ ກ່ຽວກັບສິດທິມະນຸດ. ລັດເຊຍ ຖືຂໍ້ຕົກລົງ ສະບັບດັ່ງກ່າວ ແມ່ນຜິດກົດໝາຍ ແລະ ມີແຮງກະຕຸ້ນດ້ານການເມືອງ ເພື່ອແນໃສ່ລົງໂທດປະເທດສະມາຊິກສປຊ ທີ່ມີອະທິປະໄຕເດີນຕາມນະໂຍບາຍພາຍໃນປະເທດ ແລະ ຕ່າງປະເທດທີ່ເປັນເອກະລາດ.

ຕອບກັບ

ຂ່າວ/ບົດ​ອື່ນ