ລັດເຊຍ ຖອນອອກຈາກສະພາບັນດາປະເທດທະເລ Baltic

(VOVWORLD) -ຕາມກະຊວງການຕ່າງປະເທດ ລັດເຊຍ ແລ້ວ, “ການມີໜ້າຂອງ ລັດເຊຍ ໃນ CBSS ແມ່ນບໍ່ມີປະສິດທິຜົນ ແລະ ຝືນກັບຄຸນປະໂຫຍດ”
ລັດເຊຍ ຖອນອອກຈາກສະພາບັນດາປະເທດທະເລ Baltic - ảnh 1(ພາບປະກອບ: TASS)

ວັນທີ 17 ພຶດສະພາ, ລັດເຊຍ ຖະແຫຼງຖອນອອກຈາກສະພາບັນດາປະເທດທະເລ Baltic (CBSS) ໃນສະພາບຄວາມເຄັ່ງຕຶງລະຫວ່າງ ມົດສະກູ ແລະ ຝ່າຍຕາເວັນຕົກ ພວມປິນຂັ້ນໄດທີ່ກ່ຽວຂ້ອງເຖິງການປະທະກັນຢູ່ ຢູແກຼນ.

        ຕາມກະຊວງການຕ່າງປະເທດ ລັດເຊຍ ແລ້ວ, “ການມີໜ້າຂອງ ລັດເຊຍ ໃນ CBSS ແມ່ນບໍ່ມີປະສິດທິຜົນ ແລະ ຝືນກັບຄຸນປະໂຫຍດ” ແລະ ໃຫ້ຮູ້ວ່າ ເຖິງວ່າໄດ້ຖອນອອກຈາກ CBSS ແລ້ວ, ແຕ່ປະເທດນີ້ຍັງຮັກສາການມີໜ້າຢູ່ເຂດທະເລ Baltic.

        CBSS ແມ່ນເວທີປາໄສທາງການເມືອງໃຫ້ແກ່ການຮ່ວມມືຢູ່ພາກພື້ນລວມມີ 11 ປະເທດສະມາຊິກ (ໃນນັ້ນມີ ເຢຍລະມັນ, ແຟງລັງ, ນອກແວ) ພ້ອມກັບສະຫະພາບ ເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ