ລັດເຊຍ ຖະແຫຼງພ້ອມແລ້ວທີ່ຈະເຈລະຈາກັບ ອາເມລິກາ

(VOVWORLD) -2 ຝ່າຍຕ້ອງຄຳນຶງເຖິງ “ຫຼັກການທີ່ຖືກລືມໄປ” ໃນສະໄໝສົງຄາມເຢັນ, ພ້ອມກັນຄົງຕົວຢູ່ໃນສັນຕິພາບ ບໍ່ບັງຄັບເຊິ່ງກັນ ແລະ ກັນ, ເຖິງວ່າຄຸນຄ່າ ແລະ ແນວຄິດມີຄວາມແຕກຕ່າງກັນກໍ່ຕາມ.
ລັດເຊຍ ຖະແຫຼງພ້ອມແລ້ວທີ່ຈະເຈລະຈາກັບ ອາເມລິກາ - ảnh 1ການນຳ ອາເມລິກາ - ລັດເຊຍ
(ພາບປະກອບ: AFP/TTXVN)

ວັນທີ 08 ມີນາ, ກ່າວຄຳເຫັນກັບສຳນັກຂ່າວສານ Interfax, ທ່ານ Alexander Darchiyev, ຫົວໜ້າກົມ ອາເມລິກາເໜືອ ຂຶ້ນກັບກະຊວງການຕ່າງປະເທດ ລັດເຊຍ ເນັ້ນໜັກວ່າ, ປະເທດນີ້ພ້ອມແລ້ວທີ່ຈະເຈລະຈາຢ່າງຈິງໃຈ ແລະ ບົນຈິດໃຈເຄົາລົບເຊິ່ງກັນ ແລະ ກັນກັບ ອາເມລິກາ, ພ້ອມທັງຫວັງວ່າ ການພົວພັນກັບ ວໍຊິງຕັນ ຈະກັບຄືນສູ່ເປັນປົກກະຕິ. ຕາມທ່ານແລ້ວ, 2 ຝ່າຍຕ້ອງຄຳນຶງເຖິງ “ຫຼັກການທີ່ຖືກລືມໄປ” ໃນສະໄໝສົງຄາມເຢັນ, ພ້ອມກັນຄົງຕົວຢູ່ໃນສັນຕິພາບ ບໍ່ບັງຄັບເຊິ່ງກັນ ແລະ ກັນ, ເຖິງວ່າຄຸນຄ່າ ແລະ ແນວຄິດມີຄວາມແຕກຕ່າງກັນກໍ່ຕາມ. ຖະແຫຼງການຂອງທ່ານ Darchiyev ກໍ່ສະແດງຄວາມຫວັງວ່າ, ການພົວພັນລະຫວ່າງ ມົດສະກູ ແລະ ວໍຊິງຕັນ ຈະກັບຄືນມາເປັນປົກກະຕິ ແລະ ສິ່ງນີ້ຮຽກຮ້ອງໃຫ້ 2 ຝ່າຍຕ້ອງມີການກະທຳຕອບແທນເຊິ່ງກັນ ແລະ ກັນ.

ຕອບກັບ

ຂ່າວ/ບົດ​ອື່ນ