ລັດ​ເຊຍ ປະ​ກາດ​ພ້ອມ​ແລ້ວ​ທີ່​ຈະ​ເຂົ້າ​ຮ່ວມ​ກົນ​ໄກ COVAX

(VOVWORLD) -ລັດເຊຍ ພ້ອມແລ້ວທີ່ຈະເຂົ້າຮ່ວມກົນໄກແຈກຢາຍວັກຊິນ COVAX ທົ່ວໂລກ. ນີ້ແມ່ນຄຳຖະແຫຼງຂອງ ທ່ານ Gennady Gatilov ຜູ້ຕາງໜ້າ ລັດເຊຍ ປະຈຳ ຫ້ອງການ ສປຊ ແລະ ບັນດາອົງການຈັດຕັ້ງສາກົນ ຢູ່ Geneve.
ລັດ​ເຊຍ ປະ​ກາດ​ພ້ອມ​ແລ້ວ​ທີ່​ຈະ​ເຂົ້າ​ຮ່ວມ​ກົນ​ໄກ COVAX - ảnh 1(ພາບປະກອບ: WHO)

  ສຳນັກຂ່າວສານ Izvestia  ໄດ້ຄັດສະເໜີຄຳກ່າວປາໄສຂອງທ່ານ Gennady Gatilov ໂດຍໃຫ້ຮູ້ວ່າ, ລັດເຊຍ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງຫຼາຍຝ່າຍ ເພື່ອຕ້ານຄືນໂລກລະບາດ ແລະ ຮັບຮອງບົດບາດສຳຄັນຂອງກົນໄກ COVAX ແມ່ນໜຶ່ງໃນບັນດາຊອງທາງສາກົນສຳຄັນ ເພ່ື່ອສະໜອງວັກຊິນກັນພະຍາດໂຄວິດ - 19, ສ່ວນຫຼາຍແມ່ນໃຫ້ບັນດາປະເທດພວມພັດທະນາ ທີ່ມີລະບົບສາທາລະນະສຸກທີ່ອ່ອນດ້ອຍ. ລັດເຊຍ ໃຫ້ການຊ່ວຍເຫຼືອບັນດາປະເທດທີ່ມີຄວາມສົນໃຈຕໍ່ການຕ້ານໂລກລະບາດໄດ້ຫຼາຍພໍສົມຄວນ, ພ້ອມແລ້ວທີ່ຈະສືບຕໍ່ ແລະ ເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມື, ລວມທັງການສະໜອງວັກຊິນ. ປັດຈຸບັນ, ກອງທຶນລົງທຶນໂດຍກົງຂອງ ລັດເຊຍ ພວມພິຈາລະນາ ເພື່ອນຳເອົາວັກຊິນ Sputnik – V ເຂົ້າໃນໂຄງການ COVAX.

ວັນເທື່ອງ, ນັກຂ່າວ VOV ປະຈຳ ລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ