ລັດ​ເຊຍ ປະ​ກ​າດ​ໂຕ້​ຕອບ​ບັນ​ດາ​ມາ​ດ​ຕະ​ການ​ລົງ​ໂທດ​ຂອງ ອາ​ເມ​ລິ​ກາ

(VOVWORLD) - ລັດເຊຍ ຈະມີປະຕິກິລິຍາຢ່າງແຮງຕໍ່ມາດຕະການລົງໂທດໃໝ່ຂອງ ອາເມລິກາ ທີ່ຫາກໍຈັດວາງໃສ່ ມົດສະກູ, ບໍ່ຈຳເປັນຕ້ອງເໝາະສົມແຕ່ຈະແມ່ນບາດກ້າວເດີນທີ່ມີການຄິດໄລ່ໄຕຕອງ ແລະ ມີປະສິດທິຜົນ.
ລັດ​ເຊຍ ປະ​ກ​າດ​ໂຕ້​ຕອບ​ບັນ​ດາ​ມາ​ດ​ຕະ​ການ​ລົງ​ໂທດ​ຂອງ ອາ​ເມ​ລິ​ກາ - ảnh 1ກະຊວງການຕ່າງປະເທດລັດເຊຍ (ພາບ: Shutterstock)

ວັນທີ 23 ກຸມພາ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ອອກຖະແຫຼງການ ໂດຍໃຫ້ຮູ້ວ່າ ປະເທດນີ້ຈະມີປະຕິກິລິຍາຢ່າງແຮງຕໍ່ມາດຕະການລົງໂທດໃໝ່ຂອງ ອາເມລິກາ ທີ່ຫາກໍຈັດວາງໃສ່ ມົດສະກູ, ບໍ່ຈຳເປັນຕ້ອງເໝາະສົມແຕ່ຈະແມ່ນບາດກ້າວເດີນທີ່ມີການຄິດໄລ່ໄຕຕອງ ແລະ ມີປະສິດທິຜົນ.

     ອາເມລິກາ ໄດ້ຈັດວາງມາດຕະການລົງໂທດໃໝ່ ແນໃສ່ປ່ຽນແປງນະໂຍບາຍຂອງລັດເຊຍ. ເຖິງຢ່າງໃດກໍຕາມ, ກໍຄືກັນກັບຄັ້ງກ່ອນໆ, ລັດເຊຍ ໄດ້ພິສູດໃຫ້ເຫັນວ່າ ໂດຍບໍ່ຫົວຊາຕໍ່ມາດຕະການລົງໂທດ, ມົດສະກູຍັງມີຄວາມສາມາດຫຼຸດຜ່ອນຄວາມເສຍຫາຍໃຫ້ຢູ່ໃນລະດັບຕ່ຳສຸດ. ກະຊວງການຕ່າງປະເທດ ລັດເຊຍ ກໍເນັ້ນໜັກວ່າ ລັດເຊຍ ເປີດອົກເປີດໃຈຕໍ່ມາດຕະການທາງການທູດ ໂດຍອີງໃສ່ຫຼັກການເຄົາລົບ, ຍຸຕິທຳ ແລະ ຄຳນຶງເຖິງຜົນປະໂຫຍດຂອງກັນ.

ຕອບກັບ

ຂ່າວ/ບົດ​ອື່ນ