(VOVWORLD) -ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ປະກາດວ່າ: ກີແອັບ ຈະສົ່ງຄະນະຜູ້ແທນໄປເຖິງ ລອນດອນ ໃນວັນທີ 23 ເມສາ ເພື່ອເຂົ້າຮ່ວມການເຈລະຈາກັບ ອັງກິດ, ຝລັ່ງ ແລະ ອາເມລິກາ
ປະທານາທິບໍດີ ລັດເຊຍ Vladimir Putin ທີ່ການປະຊຸມໃນວັນທີ 21 ເມສາ. (ພາບ:Reuters) |
ວັນທີ 21 ເມສາ ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສະເຫນີຈັດຕັ້ງບັນດາການເຈລະຈາສອງຝ່າຍ ກັບ ຢູແກຼນ. ເມື່ອຕອບສຳພາດຕໍ່ນັກຂ່າວ Pavel Zarubin ຂອງວິທະຍຸກະຈາຍສຽງ ແລະ ໂທລະພາບແຫ່ງລັດ ລັດເຊຍ VGTRK, ທ່ານປະທານາທິບໍດີ Putin ຢັ້ງຢືນ: ມົດສະກູ “ຮັກສາທ່າທີ່ຕັ້ງຫນ້າສຳລັບບໍ່ວ່າຂໍ້ລິເລິ່ມສັນຕິພາບໃດ” ແລະ “ລໍຄອຍບາດກ້າວເດີນທີ່ຄ້າຍຄືກັນ” ຈາກ ຝ່າຍ ກິແອັບ.
ພາຍຫລັງບົດກ່າວປາໄສຂອງທ່ານ Putin, ໃນວັນດຽວກັນ, ໂຄສົກວັງ Kremlin, ທ່ານ Dmitry Peskov ຊີ້ແຈ້ງວ່າ: ເມື່ອທ່ານປະທານາທິບໍດີ ເວົ້າວ່າ ອາດຈະປຶກສາຫາລືກ່ຽວກັບບັນຫາບໍ່ທຳການບຸກໂຈມຕີບັນດາເປົ້າໝາຍພົນລະເຮືອນ, ນັບທັງສອງຝ່າຍ, ທ່ານປະທານາທິບໍດີ ກໍ່ຄິດເຖິງບັນດາການເຈລະຈາ ແລະ ການປຶກສາຫາລືກັບ ຝ່າຍ ຢູແກຼນ.
ແລະ ກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ປະກາດວ່າ: ກີແອັບ ຈະສົ່ງຄະນະຜູ້ແທນໄປເຖິງ ລອນດອນ ໃນວັນທີ 23 ເມສາ ເພື່ອເຂົ້າຮ່ວມການເຈລະຈາກັບ ອັງກິດ, ຝລັ່ງ ແລະ ອາເມລິກາ ເພື່ອຊອກຫາມາດຕະການໃຫ້ແກ່ການປະທະກັນທີ່ແກ່ຍາວກວ່າ 3 ປີຜ່ານມາ.