ລັດເຊຍ ມີຄວາມ ວິຕົກກັງວົນ NATO ກໍ່ຄວາມຂາດສະຖຽນລະພາບຢູ່ເອີລົບຕາເວັນອອກສ່ຽງເໜືອ

ລັດເຊຍ ມີຄວາມ ວິຕົກກັງວົນ NATO ກໍ່ຄວາມຂາດສະຖຽນລະພາບຢູ່ເອີລົບຕາເວັນອອກສ່ຽງເໜືອ - ảnh 1
(ພາບປະກອບ: AFP/TTXV)

(vovworld) – ​ເລື່ອງ​ອົງການ NATO ​ເພີ່ມ​ທະວີ​ບັນດາ​ການ​ຊ້ອມ​ຮົບຢູ່​ໃກ້​ກັບ​ເຂດ​ຊາຍ​ແດນຕິດ​ກັບ​ລັດ​ເຊຍ ພຽງ​ແຕ່​ເຮັດ​ໃຫ້​ສະພາບ​ການ​ຢູ່​ເຂດເອີ​ລົບ​ຕາ​ເວັນ​ອອກສ່ຽງ​ເໜືອ ​ຂາດສະຖຽນ​ລະ​ພາບ​ເທົ່າ​ນັ້ນ. ວັນ​ທີ 16/03, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ Alexei Messhkov, ​ຖື​ວ່າ, ມົດສກູ ມີ​ຄວາມ​ວິຕົກ​ກັງ​ວົງ​ຢ່າງ​ເລິກ​ເຊິ່ງຕໍ່​ເລື່ຶອງບັນດາ​ປະ​ເທດ NATO ​ເພີ່ມ​ທະວີການ​ຊ້ອມ​ຮົບ​ຢູ່ໃກ້​ກັບ​ເຂດ​ຊາຍ​ແດນ​ຕິດ​ກັບລັດ​ເຊຍ, ພິ​ເສດ​ແມ່ນ​​​ເຂດເອີ​ລົບ​ຕາ​ເວັນ​ອອກສ່ຽງ​ເໜືອ. ຄຳຖະ​ແຫຼງ​ດັ່ງກ່າວ​ຂອງ​ນັກ​ການ​ທູດ​ລັດ​ເຊຍ ​ຖືກ​ຍົກ​ອອກ​ມາພາຍຫຼັງ​ທີ່ທ່ານ​​ເລຂາທິການ​ໃຫຍ່ NATO Jens Stoltenberg ຖະ​ແຫຼ​ງວ່າ, ​ໃນ​ປີ 2015 ກຸ່ມ​ທະຫານ​ນີ້ ຈະ​ເພີ່ມ​ບັນດາ​ການ​ຊ້ອມ​ຮົບ​ດ້ວຍ​ລະດັບ ​ແລະ ຂອບ​ຂະໜາ​ດ​ໃຫຍ່​ສຸດນັບ​ແຕ່ຫຼັງ​ສົງຄາມ​ຢັນ, ກໍ່​ຄື​ຍູ້​ແຮງ​ວິວັດທະນາ​ການ​ສ້າງ​ກຳລັງ​ຮັບ​ມື​ໄວ (VJTF) ລວມມີ​ທະຫານ 5.000 ຄົນ ທີ່ຜັນ​ຂະ​ຫາຍຢູ່​ບັນດາ​ປະ​ເທດ​ພັດ​ທະ​ມິດ​ພາກຕາ​ເວັນ​ອອກ​ຄື: ໂປ​ໂລ​ຍ ​ແລະ ບັນດາ​ປະ​ເທດ ບານ​ຕິກ.

ຂ່າວ/ບົດ​ອື່ນ