ລັດ​ເຊຍ ຢັ້ງ​ຢືນ​ຮ່ວມ​ມື​ກັບ ສ​ປ​ປ.ເກົາຫຼີ ຢ່າງ​ຮອບ​ດ້ານ

(VOVWORLD) - ທ່ານ Sergey Shoygu ພວມມີການຢ້ຽມຢາມ ສປປ.ເກົາຫຼີ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງວັນເຊັນຂໍ້ຕົກລົງຢຸດຍິງ ໃນສົງຄາມ ລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ ຄົບຮອບ 70 ປີ
ລັດ​ເຊຍ ຢັ້ງ​ຢືນ​ຮ່ວມ​ມື​ກັບ ສ​ປ​ປ.ເກົາຫຼີ ຢ່າງ​ຮອບ​ດ້ານ - ảnh 1 ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ Sergei Shoigu (ເບື້ອງຊ້າຍ) ພົບປະເຈລະຈາກັບ ຄູ່ຕຳແໜ່ງ ສປປ.ເກົາຫຼີ Kang Sun-nam (ພາບ:TASS)

 ວັນທີ 26 ກໍລະກົດ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ Sergey Shoygu ໄດ້ພົບປະເຈລະຈາກັບຄູ່ຕຳແໜ່ງ ສປປ.ເກົາຫຼີ Kang Sun-nam ຢູ່ນະຄອນຫຼວງ ພຽງຢາງ. ທ່ານ Sergey Shoygu ພວມມີການຢ້ຽມຢາມ ສປປ.ເກົາຫຼີ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງວັນເຊັນຂໍ້ຕົກລົງຢຸດຍິງ ໃນສົງຄາມ ລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ ຄົບຮອບ 70 ປີ (1953 – 2023). 

        ທີ່ການພົບປະເຈລະຈາ, ທ່ານລັດຖະມົນຕີ Sergey Shoygu ຢັ້ງຢືນວ່າ ຈະສືບຕໍ່ພັດທະນາການພົວພັນລະຫວ່າງສອງປະເທດ ໃນທຸກຂົງເຂດ. ຕາມເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ລັດເຊຍ ແລ້ວ, ການພົວພັນຮ່ວມມືລະຫວ່າງ ລັດເຊຍ - ສປປ.ເກົາຫຼີ ພວມນັບມື້ນັບໄດ້ຮັບການປັບປຸງ. ບັນດາການຢ້ຽມຢາມທາງການຂອງຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ, ການແລກປ່ຽນຄະນະຜູ້ແທນທຸກຂັ້ນ ໄດ້ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ແຫຼມເກົາຫຼີ. ທ່ານລັດຖະມົນຕີ Sergey Shoygu ກໍເນັ້ນໜັກວ່າ ສປປ.ເກົາຫຼີ ແມ່ນຄູ່ຮ່ວມມືສຳຄັນຂອງ ລັດເຊຍ.


ຕອບກັບ

ຂ່າວ/ບົດ​ອື່ນ