ລັດເຊຍ ສະເໜີໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈັດກອງປະຊຸມກ່ຽວກັບເຫດລະເມີດທໍ່ສົ່ງນ້ຳມັນ Nord Stream

(VOVWORLD) - ລັດເຊຍ ຈະເຊີນ “ນັກປະຖະກະຖາບາງທ່ານທີ່ມີຄວາມສົນໃຈມີທັດສະນະພາວະວິໄສ” ເຂົ້າຮ່ວມກອງປະຊຸມ.
ລັດເຊຍ ສະເໜີໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈັດກອງປະຊຸມກ່ຽວກັບເຫດລະເມີດທໍ່ສົ່ງນ້ຳມັນ Nord Stream - ảnh 1ກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດ
(ພາບປະກອບ: TTXVN)

ລັດເຊຍ ໄດ້ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ໂຮມປະຊຸມໃໝ່ໃນວັນທີ 11 ກໍລະກົດ ເພື່ອປຶກສາຫາລືກ່ຽວກັບບັນດາເຫດລະເບີດທີ່ເກີດຂຶ້ນໃນທໍ່ສົ່ງນ້ຳມັນອາຍແກັດ Nord Stream 1 ແລະ 2 ເຊິ່ງເກີດຂຶ້ນເມື່ອເດືອນ ກັນຍາ 2022. ໃນເວັບໄຊ Telefram, ໃນວັນທີ 08 ກຸພາ, ທ່ານຮອງຫົວໜ້າຜູ້ຕາງໜ້າປະຈຳການຂອງ ລັດເຊຍ ຢູ່ສະຫະປະຊາຊາດ Dmitry Polyansky, ໄດ້ຂຽນວ່າ: “ພວກຂ້າພະເຈົ້າໄດ້ຮຽກຮ້ອງຈັດກອງປະຊຸມແບບເປີດເຜີຍຄັ້ງໃໝ່ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ເພື່ອປືກສາຫາລືຕໍ່ບັນດາເຫດລະເບີດທໍ່ສົ່ງນ້ຳມັນ Nord Stream ໃນວັນທີ 11 ກໍໍລະກົດ”. ຕາມທ່ານແລ້ວ, ລັດເຊຍ ຈະເຊີນ “ນັກປະຖະກະຖາບາງທ່ານທີ່ມີຄວາມສົນໃຈມີທັດສະນະພາວະວິໄສ” ເຂົ້າຮ່ວມກອງປະຊຸມ. ກ່ອນໜ້ານັ້ນ, ທີ່ກອງປະຊຸມຂອງສະພາຄວາມໝັ້ນຄົງສະຫະປະຊາຊາດໃນວັນທີ 15 ມິຖຸນາ ຜ່ານມາ, ລັດເຊຍ ກໍ່ເຕື້ອງເຖິງເລື່ອງ ປະເທດນີ້ກໍ່ປາດຖະໜາຢາກເປີດການສືບສວນສາກົນກ່ຽວກັບບັນດາເຫດລະເບີດທໍ່ສົ່ງນ້ຳມັນ Nord Stream ເຊື່ອມຕໍ່ລະຫວ່າງ ລັດເຊຍ ແລະ ເຢຍລະມັນ ທີ່ເກີດຂຶ້ນໃນປີ 2022.

ລັດເຊຍ ໄດ້ກ່າວປະນາມເປັນຫຼາຍຄັ້ງວ່າ ຝ່າຍຕາເວັນຕົກໄດ້ຢືນຢູ່ເບື້ອງຫຼັງບັນດາເຫດລະເບີດດັ່ງກ່າວ, ໃນຂະນະທີ່ ລັດຖະບານບັນດາປະເທດນີ້ ກໍຄື ຢູແກຼນ ລ້ວນແຕ່ປະຕິເສດມີສ່ວນກ່ຽວຂ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ