ລັດ​ເຊຍ ສະ​ໜັບ​ສະ​ໜູນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ ​ຂອງ​ລັດ​ຖະ​ບານ ກູ​ບາ ເຮັດ​ໃຫ້​ສະ​ພາບ​ການເປັນ​ປົກ​ກະ​ຕິ

(VOVWORLD) -ທ່ານເອກອັກຄະລັດຖະທູດ ກູບາ ປະຈຳ ລັດເຊຍ Antonio Garmendia Pena ໃນວັນທີ 13 ກໍລະກົດ, ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Ryabkov ໄດ້ສະແດງຄວາມສະມັກຄີຕໍ່ລັດຖະບານ ແລະ ປະຊາຊົນ ກູບາ, ພ້ອມທັງສະໜັບສະໜູນທຸກຄວາມມານະພະຍາຍາມຂອງ La Habana ທີ່ມຸ່ງໄປເຖິງເປົ້າໝາຍເຮັດໃຫ້ສະພາບການເປັນປົກກະຕິ.
ລັດ​ເຊຍ ສະ​ໜັບ​ສະ​ໜູນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ ​ຂອງ​ລັດ​ຖະ​ບານ ກູ​ບາ ເຮັດ​ໃຫ້​ສະ​ພາບ​ການເປັນ​ປົກ​ກະ​ຕິ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Ryabkov (ພາບ: IRNA/TTXVN)

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ກູບາ ປະຈຳ ລັດເຊຍ Antonio Garmendia Pena ໃນວັນທີ 13 ກໍລະກົດ, ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Ryabkov ໄດ້ສະແດງຄວາມສະມັກຄີຕໍ່ລັດຖະບານ ແລະ ປະຊາຊົນ ກູບາ, ພ້ອມທັງສະໜັບສະໜູນທຸກຄວາມມານະພະຍາຍາມຂອງ La Habana ທີ່ມຸ່ງໄປເຖິງເປົ້າໝາຍເຮັດໃຫ້ສະພາບການເປັນປົກກະຕິ ແລະ ເນັ້ນໜັກວ່າ ບໍ່ອາດຍອມຮັບໄດ້ການກະທຳແຊກແຊງຂອງຕ່າງປະເທດ ແລະ ບັນດາການກະທຳທີ່ມີລັກສະນະມ້າງທຳລາຍ, ເຊິ່ງປະກົດມີຢ່າງຫຼວງຫຼາຍໄປຄຽງຄູ່ກັບສະພາບການຂາດສະຖຽນລະພາບຢູ່ ກູບາ.

ພ້ອມກັນນັ້ນ, ທ່ານເອກອັກຄະລັດຖະທູດ Pena ກໍແຈ້ງໃຫ້ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Ryabkov ຮັບຊາບກ່ຽວກັບບັນດາມາດຕະການ ເຊິ່ງລັດຖະບານ ກູບາ ໄດ້ຜັນຂະຫຍາຍ ເພື່ອແນໃສ່ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຖືກຕ້ອງຕາມກົດໝາຍ.

ກ່ອນໜ້ານັ້ນ, ວັນທີ 12 ກໍລະກົດ, ຫຼາຍປະເທດໃນພາກພື້ນ ກໍຄືໃນໂລກ ໄດ້ສະແດງຄວາມສະມັກຄີກັບລັດຖະບານ ແລະ ປະຊາຊົນ ກູບາ ພາຍຫຼັງທີ່ເກີດການແຫ່ຂະບວນປະທ້ວງຢູ່ບາງທ້ອງຖິ່ນກ່ອນນັ້ນໜຶ່ງວັນ, ພ້ອມທັງຮຽກຮ້ອງໃຫ້ຍົກເລີກຄຳສັ່ງຂວ້ຳບາດຂອງ ອາເມລິກາ ເຊິ່ງເປັນສິ່ງກີດຂວາງແກ່ການພັດທະນາເສດຖະກິດຂອງ ກູບາ, ພິເພດແມ່ນໃນສະພາບການໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ