ລັດເຊຍ, ອາເມລິກາ ຢາກປັບປຸງການພົວພັນ 2 ຝ່າຍ

(VOVWORLD) -ວັນທີ 14 ພຶດສະພາ, ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ຢູ່ນະຄອນ Sochi, ປະເທດລັດເຊຍ

ລັດເຊຍ, ອາເມລິກາ ຢາກປັບປຸງການພົວພັນ 2 ຝ່າຍ - ảnh 1ທ່ານປະທານາທິບໍດີລັດເຊຍ Vladimir Putin ພົບປະກັບ

ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo

(ພາບ: Reuters)

ທ່ານປະທານາທິບໍດີລັດເຊຍ Vladimir Putin ຢືນຢັນວ່າ, ມົດສະກູ ປາດຖະໜາ “ຢາກຟື້ນຟູຢ່າງຮອບດ້ານ” ການພົວພັນກັບວໍຊິງຕັນ.

        ທ່ານປະທານາທິບໍດີ V.Putin ໃຫ້ຮູ້ວ່າ, ໃນການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງອາເມລິກາ Donald Trump ເມື່ອວັນທີ 03 ພຶດສະພາ, ທ່ານ “ມີຄວາມປະທັບໃຈວ່າ ທ່ານປະທານາທິບໍດີ D.Trump ຢາກຟື້ນຟູການພົວພັນ ແລະ ຕິດຕໍ່ລະຫວ່າງລັດເຊຍ - ອາເມລິກາ ເພື່ອແກ້ໄຂບັນດາບັນຫາທີ່ສະແດງໃຫ້ເຫັນຜົນປະໂຫຍດລວມ”.

        ວັນທີ 13 ພຶດສະພາ, ທ່ານປະທານາທິບໍດີ D.Trump ໃຫ້ຮູ້ວ່າ, ໄດ້ຂຶ້ນແຜນການພົບປະກັບທ່ານປະທານາທິບໍດີ V.Putin ຢູ່ນອກກອງປະຊຸມສຸດຍອດ G20 ຢູ່ຍີ່ປຸ່ນ ໃນເດືອນ ມິຖຸນາ ທີ່ຈະມາເຖິງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ