ລັດ​ເຊຍ, ອາ​ເມ​ລິ​ກາ ເຫັນ​ດີ​ແກ່​ຍາວ​ໂຄງ​ການ​​ສະຫຼັບກັນ​ບິນ​ຂຶ້ນສະ​ຖາ​ນີ​ອາ​ວະ​ກາດ​ສາ​ກົນ

(VOVWORLD) -   ອາວະກາດແມ່ນໜຶ່ງໃນບັນດາຂົງເຂດທີ່ຫາຍາກ ທີ່ ອາເມລິກາ ແລະ ລັດເຊຍ ພວມຮັກສາການຮ່ວມມືໃນສະພາບການພົວພັນສອງຝ່າຍພວມຢູ່ໃນລະດັບຕ່ຳສຸດໃນຫຼາຍທົດສະວັດ ຍ້ອນການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ບັນດານັກບິນຂອງສອງປະເທດພວມເຮັດວຽກນຳກັນຢູ່ ISS.
ລັດ​ເຊຍ, ອາ​ເມ​ລິ​ກາ ເຫັນ​ດີ​ແກ່​ຍາວ​ໂຄງ​ການ​​ສະຫຼັບກັນ​ບິນ​ຂຶ້ນສະ​ຖາ​ນີ​ອາ​ວະ​ກາດ​ສາ​ກົນ - ảnh 1ສະຖານີອາວະກາດສາກົນ ISS (ພາບເອກະສານ: AFP/TTXVN)

ອົງການອາວະກາດ ສະຫະພັນ ລັດເຊຍ (Roscosmos) ແລະ ອົງການການບິນ ແລະ ອາວະກາດ ອາເມລິກາ (NASA) ໄດ້ເຫັນດີເປັນເອກະພາບຈະສືບຕໍ່ຮ່ວມມືກັນເພື່ອສົ່ງບັນດານັກບິນຂຶ້ນສະຖານີອາວະກາດສາກົນ (ISS) ຢ່ຽງໜ້ອຍສຸດແມ່ນຮອດປີ 2025.

        ການແກ່ຍາວໂຄງການດັ່ງກ່າວກໍ່ເພື່ອແນໃສ່ຮັບປະກັນການມີໜ້າຂອງຜູ້ຕາງໜ້າ Roscomos ຢ່າງໜ້ອຍສຸດ 1 ຄົນ ຢູ່ module ຂອງ ລັດເຊຍ ແລະ ການມີໜ້າຂອງຜູ້ຕາງໜ້າ NASA ຢ່າງໜ້ອຍສຸດ 1 ຄົນ ຢູ່ຍານຂອງ ອາເມລິກາ.  ບັນດາຖ້ຽວບິນສະຫຼັບກັນ ແມ່ນໂຄງການທີ່ໃນນັ້ນ ນັກບິນ ອາເມລິກາ ຈະບິນຂຶ້ນ ISS ດ້ວຍຖານະເປັນສະມາຊິກຂອງຈຸບິນໃນຍານອາວະກາດຂອງ ລັດເຊຍ ແລະ ກົງກັນຂ້າມ.

        ອາວະກາດແມ່ນໜຶ່ງໃນບັນດາຂົງເຂດທີ່ຫາຍາກ ທີ່ ອາເມລິກາ ແລະ ລັດເຊຍ ພວມຮັກສາການຮ່ວມມືໃນສະພາບການພົວພັນສອງຝ່າຍພວມຢູ່ໃນລະດັບຕ່ຳສຸດໃນຫຼາຍທົດສະວັດ ຍ້ອນການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ບັນດານັກບິນຂອງສອງປະເທດພວມເຮັດວຽກນຳກັນຢູ່ ISS.

ຕອບກັບ

ຂ່າວ/ບົດ​ອື່ນ