ລັດເຊຍ ຮັບປະກັນ ຄວາມຍຸຕິທຳໃຫ້ແກ່ ການເລືອກຕັ້ງປະທາ ນາທິບໍດີ 2012

ລັດເຊຍ ຮັບປະກັນ ຄວາມຍຸຕິທຳໃຫ້ແກ່ ການເລືອກຕັ້ງປະທາ ນາທິບໍດີ 2012 - ảnh 1
ພາບປະກອບ
(ພາບ: vietnamnet.vn)

(vovworld) - ວັນ​ທີ 4/3, ປະ​ເທດລັດ​ເຊຍ ຈະ​ກ້າວ​ເຂົ້າ​ສູ່​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຄົນ​ໃໝ່ ຢ່າງ​ເປັນ​ທາງ​ການ. ​ເພື່ອ​ໃຫ້ການ​ເລືອກ​ຕັ້ງ​ດຳ​ເນີນ​ໄປ​ຢ່າງ​ໂປງ​ໃສ, ບັນດາ​ເຈົ້າ​ໜ້າ​ທີ່​ ລັດ​ເຊຍ ​ໄດ້​ດຳ​ເນີນ​ມາດ​ຕະການ​​ໃໝ່​ໃນ​​ການ​ຈັດ​ຕັ້ງ​​ການ​ເລືອກ​ຕັ້ງປະທານາທິບໍດີ ລັດ​ເຊຍ​​ປີ 2012, ຄື​ຕິດ​ຕັ້ງ camera ຢູ່​ສະຖານ​ທີ່​ປ່ອນ​ບັດ​ເລືອກ​ຕັ້ງ​ກ່ວາ 94.000 ​ແຫ່ງ​ໃນ​ທົ່ວ​ປະ​ເທດ. ສະ​ເພາະ​ຢູ່​ນະຄອນຫຼວງ ມົດ​ກູ ​ມີ​ການ​ເຄື່ອນ​ໄຫວ​ເຝິກ​ຊອມ​ກ່ອນ​ວັນ​ເລ​ືອກຕັ້ງ​.

        ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​ປະທາ​ນາ​ທິບໍດີ ​ໃນ​ວັນ​ທີ 4/3, ​ໄດ້​ຮັບ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ຈາກຫາງ​ສຽງ​ລັດ​ເຊຍ ​ແລະ ​ໂລກ. ອັດຕາ​ສ່ວນ​ສະໜັບ​ສະ​ໜູນ​ທ່ານ Putin ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ​ເພາະວ່າ​ທິດ​ທາງ ​ແລະ ວິທີ​ການ​ນຳພາ​ຂອງ​ທ່ານ​ໄດ້​ປ່ຽນ​ແປງ​ໃໝ່​ຕາມ​ທິດ​ໃກ້​ສິດ​ຕິດ​ແທດ​ກ່ວາ​ກັບປະຊາຊົນ.

ຂ່າວ/ບົດ​ອື່ນ