ລັດ​ເຊຍ ​ຮັບ​ຮອງ​ເອົາ​ເອ​ກະ​ລາ​ດ​ຂອງສອງ​ປະ​ເທດສາ​ທາ​ລະ​ນະ​ລັດ ທີ່​ອ້າງ​ຊື່​ເອງ​ຢູ່ Donbass

(VOVWORLD) -ຮຸ່ງເຊົ້າວັນທີ 22 ກຸມພາ ຕາມເວລາ ຮ່າໂນ້ຍ, ລັດເຊຍໄດ້ຮັບຮອງເອົາພື້ນຖານເອກະລາດ, ພ້ອມທັງລົງນາມບັນດາສັນຍາມິດຕະພາບ, ຮ່ວມມື ແລະ ໜູນຊ່ວຍສຳລັບ 2 ປະເທດສາທາລະນະລັດ ທີ່ອ້າງຊື່ເອງແມ່ນ Donest (DPR) ແລະ Luhansk (LPR) ຢູ່ທາງທິດຕາເວັນອອກປະເທດຢູແກຼນ. 
ລັດ​ເຊຍ ​ຮັບ​ຮອງ​ເອົາ​ເອ​ກະ​ລາ​ດ​ຂອງສອງ​ປະ​ເທດສາ​ທາ​ລະ​ນະ​ລັດ ທີ່​ອ້າງ​ຊື່​ເອງ​ຢູ່ Donbass - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: ວັງ Kremlin)

ພາຍຫຼັງກອງປະຊຸມທີ່ວິສາມັນຂອງສະພາປ້ອງກັນຄວາມສະຫງົບ ລັດເຊຍ ທີ່ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 21 ກຸມພາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ມີບົດກ່າວປາໄສສົ່ງໄປຍັງປະຊາຊົນພາຍໃນປະເທດ, ໃນນັ້ນໄດ້ເຕື້ອງເຖິງຫຼາຍບັນຫາສຳຄັນ ແລະ ຮຽກຮ້ອງຕ້ອງຢຸດຕິການກະທຳດ້ານການທະຫານຢ່າງທັນການ ຢູ່ເຂດ Donbass, ທ່ານກໍ່ເນັ້ນໜັກວ່າ ໃນກໍລະນີກົງກັນຂ້າມ, “ທຸກຄວາມຮັບຜິດຊອບທີ່ກ່ຽວຂ້ອງເຖິງສົງຄາມທີ່ນອງເລືອດ” ທີ່ອາດຈະເກີດຂຶ້ນລ້ວນແຕ່ຂຶ້ນກັບຢູແກຼນ.

ໂຕ້ຕອບການກະທຳດັ່ງກ່າວຂອງລັດເຊຍ, ທຳນຽບຂາວໄດ້ປະກາດວ່າ ທ່ານປະທານາທິບໍດີ ອາເມລິກາ Joe Biden ມີແຜນການຈັດວາງບັນດາຄຳສັ່ງລົງໂທດໃໝ່ທາງດ້ານການຄ້າ ແລະ ການເງິນຕໍ່ສອງເຂດຜືນແຜ່ນດິນ ໂດຍແມ່ນ Donetsk ແລະ Luhansk ຢູ່ທາງທິດຕາເວັນອອກຢູແກຼນ ເຊິ່ງ ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ໄດ້ຕົກລົງຮັບຮອງເອົາເອກະລາດ. ໃນການເຈລະຈາທາງໂທລະສັບ ທີ່ໄດ້ດຳເນີນໃນວັນທີ 21 ກຸມພາ (ຕາມເວລາ ອາເມລິກາ )ກັບ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ເນັ້ນໜັກວ່າ ອາເມລິກາ ຈະໂຕ້ຕອບໂດຍໄວ, ພ້ອມກັບບັນດາສຳພັນທະມິດ ແລະ ຄູ່ຮ່ວມມືຂອງຕົນ. ແລະກໍ່ໃນວັນດຽວກັນ, ຢູ່ການເຈລະຈາທາງໂທລະສັບກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz, ທ່ານປະທານາທິບໍດີ Joe Biden ແລະ ບັນດາການນຳໄດ້ກ່າວປະນາມຢ່າງແຮງຂໍ້ຕົກລົງ ຮັບຮອງເອົາສອງເຂດ ເປັນເອກະລາດຂອງ ລັດເຊຍ ແລະ ປຶກສາຫາລືກ່ຽວກັບວິທີການທີ່ເຂົາເຈົ້າຈະສືບຕໍ່ປະສານງານໃນບັນດາບາດກ້າວຕໍ່ໄປ.

ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ ສປຊ  ກໍ່ສະແດງຄວາມວິຕົກກັງວົນກ່ຽວກັບຂໍ້ຕົກລົງຂອງລັດເຊຍ, ພ້ອມທັງຮຽກຮ້ອງແກ້ໄຂການປະທະກັນຢູ່ທາງທິດຕາເວັນອອກ ຢູແກຼນໂດຍສັນຕິວິທີ ທີ່ເໝາະສົມກັບບັນດາຂໍ້ຕົກລົງ Minsk ເຊິ່ງໄດ້ຮັບການສະໜັບສະໜູນຈາກມະຕິເລກທີ 2202 ຂອງສະພາຄວາມໝັ້ນຄົງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ