ລັດ​ເຊຍ​ ແມ່ນ​ປະ​ເທດ​ທຳ​ອິດ​ຮັບ​ຮອງ​ອຳ​ນາດ​ການ​ປົກ​ຄອງ ຕາ​ລີ​ບານ ຢູ່​ອາບ​ກາ​ນິດ​ສະ​ຖານ

(VOVWORLD) - ວັນທີ 3 ກໍລະກົດ, ກະຊວງການຕ່າງປະເທດ ລັດເຊຍ ປະກາດວ່າ ລັດເຊຍຮັບຮອງ ປະເທດອິດສະລາມ ອາບການິດສະຖານຢ່າງເປັນທາງການ.
ລັດ​ເຊຍ​ ແມ່ນ​ປະ​ເທດ​ທຳ​ອິດ​ຮັບ​ຮອງ​ອຳ​ນາດ​ການ​ປົກ​ຄອງ ຕາ​ລີ​ບານ ຢູ່​ອາບ​ກາ​ນິດ​ສະ​ຖານ - ảnh 1ທຸງຊາດຂອງ ອາບການິດສະຖານ ຢູ່ສະຖານທູດ ອາບການິດສະຖານ ປະຈຳ ລັດເຊຍ  (ພາບ: REUTERS/Maxim Shemetov)

ກ່າວຄຳເຫັນໃນຊ່ອງໂທລະພາບ Rossiya-1, ທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ອາບການິດສະຖານ Dmitry Zhirnov ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຕົກລົງຮັບຮອງ ປະເທດ ອິດສະລາມ ອາບການິດສະຖານ ຕາມການສະເໜີຂອງທ່ານ ລັດຖະມົນຕີການຕ່າງປະເທດ Sergey Lavrov ເພື່ອແນໃສ່ສະແດງຄວາມປາດຖະໜາຢາກສ້າງຕັ້ງການພົວພັນຄູ່ຮ່ວມມືຢ່າງຮອບດ້ານກັບ ອາບການິດສະຖານ. ຕາລີບານໄດ້ຂຶ້ນກຳອຳນາດຢູ່ ອາບການິດສະຖານນັບແຕ່ເດືອນສິງຫາ 2021 ແຕ່ມາຮອດປັດຈຸບັນ ຍັງບໍ່ມີປະເທດໃດຮັບຮອງອຳນາດການປົກຄອງນີ້.  ໃນຂະນະນັ້ນ, ລັດເຊຍ ພວມສ້າງການພົວພັນກັບອຳນາດການປົກຄອງ ຕາລີບານ ເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ