ລັດເຊຍ ແລະ ຝລັ່ງ ລ້ວນແຕ່ມີຄວາມສົນໃຈກ່ຽວກັບສະພາບການຄວາມໝັ້ນຄົງຢູ່ ເອີລົບ

(VOVWORLD) - 2 ປະເທດມີຄວາມສົນໃຈລວມກ່ຽວກັບສິ່ງທີ່ພວມເກີດຂຶ້ນໃນຂົງເຂດຄວາມໝັ້ນຄົງຢູ່ ເອີລົບ
ລັດເຊຍ ແລະ ຝລັ່ງ ລ້ວນແຕ່ມີຄວາມສົນໃຈກ່ຽວກັບສະພາບການຄວາມໝັ້ນຄົງຢູ່ ເອີລົບ - ảnh 1ການເຈລະຈາລະຫວ່າງການນຳ 2 ທ່ານ
(ພາບ: AP)

ຕອນຄ່ຳວັນທີ 07 ກຸມພາ (ຕາມເວລາ ລັດເຊຍ), ຢູ່ວັງ Kremlin, ໄດ້ດຳເນີນການເຈລະຈາລະຫວ່າງທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ເນື່ອງໃນໂອກາດການຢ້ຽມຢາມ ມົດສະກູ. ການນຳ 2 ທ່ານໄດ້ປຶກສາຫາລືກ່ຽວກັບບັນຫາຮັບປະກັນຄວາມໝັ້ນຄົງໃຫ້ແກ່ ລັດເຊຍ ກໍ່ຄືສະພາບການປິ່ນອ້ອມ ຢູແກຼນ. ທ່ານປະທານາທິບໍດີ Vladimir Putin ເນັ້ນໜັກວ່າ: 2 ປະເທດມີຄວາມສົນໃຈລວມກ່ຽວກັບສິ່ງທີ່ພວມເກີດຂຶ້ນໃນຂົງເຂດຄວາມໝັ້ນຄົງຢູ່ ເອີລົບ, ໃນນັ້ນມີວິກິດການພາຍຫຼັງການບຸກໂຈມຕີຂອງ ຈໍເຈຍ ແນໃສ່ພາກໃຕ້ Ossetia ຍ້ອນມັນກ່ຽວຂ້ອງເຖິງການພັດທະນາຂອງບັນດາຂໍ້ຕົກລົງ Minsk ແລະ ຫຼັງຈາກນັ້ນແມ່ນການຈັດຕັ້ງຕາມຮູບແບບ Normandy. ສ່ວນທ່ານປະທານາທິບໍດີ ຝລັ່ງ Emmanuel Macron ເນັ້ນໜັກເຖິງສະພາບການ ການທະຫານ - ການເມືອງ, ຄວາມສຳຄັນຂອງບັນຫາ ຢູແກຼນ ແລະ ຫວັງວ່າອາດສາມາດຊອກຫາຄຳຕອບລວມທີ່ເປັນຜົນປະໂຫຍດໃຫ້ ລັດເຊຍ ແລະ ທົ່ວເອີລົບ ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ