ລັດເຊຍ ແລະ ຢູແກຼນ ເຫັນດີຕ້ອງສືບຕໍ່ບັນດາ ການເຈລະຈາ

ລັດເຊຍ ແລະ ຢູແກຼນ ເຫັນດີຕ້ອງສືບຕໍ່ບັນດາ ການເຈລະຈາ - ảnh 1
(ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ແລະ
 ຄູ່​​ຕຳ​ແໜ່​ງຢູ​ແກຼນ Petro Poroshenko)


(vovworld) – ຕອນ​ຄໍ່າ​ວັນ​ທີ 08/09, ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ແລະ ຄູ່​​ຕຳ​ແໜ່​ງຢູ​ແກຼນ Petro Poroshenko ​ໄດ້​ມີ​ການ​ໂອ້​ລົມ​ທາງ​ໂທລະ​ສັບ ​ເພື່ອ​ປຶກສາ​ຫາລື​ບັນດາ​ບາ​ດກ້າວ​ເດີນ ​ແນ​ໃສ່​ແກ້​ໄຂ​ສະພາບ​ການຢູ່​ຢູ​ແກຼນ ຕາ​ເວັນ​ອອກ​ຢ່າງ​​ສັນຕິພາບ. ທ່ານ​ປະທານາທິບໍດີ Putin ​ແລະ ທ່ານ​ປະທານາທິບໍດີ Poroshenko ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາ​ມຈຳ​ເປັນ​ຕ້ອງ​ປະຕິບັດ​ການ​ຕິດຕາມ​ກວດກາ​ບັນດາ​ຂໍ້​ຕົກລົງ​ຢຸດ​ຍິງ​​ໃນ​ປະຈຸ​ບັນຢ່າງ​ມີ​ປະສິດທິ​ຜົນ ພ້ອມກັນ​ນັ້ນ​ບັນດາ​ຝ່າຍ​ຈະ​ສືບ​ຕໍ່​ສົມທົບ​ກັນ​ເພື່ອ​ຮັກສາ​ຂໍ້​ຕົກລົງ​ຢຸດ​ຍິງ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ