ລັດເຊຍ ແລະ ອີຢິບ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ
ທ່ານປະທານາທິບໍດີລັດເຊຍ Vladimir Putin
ແລະຄູ່ຕຳແໜ່ງອີຢິບ Abdel Fattah el Sisi
(ພາບ: Ahram.org.eg)
(vovworld) – ລັດເຊຍ ແລະ ອີຢິບ ໄດ້ຕົກລົງເປີດກວ້າງການຮ່ວມມືດ້ານເຕັກນິກການທະຫານ, ນັ້ນແມ່ນຄຳຖະແຫຼງຂອງທ່ານປະທານາທິບໍດີລັດເຊຍ Vladimir Putin ພາຍຫຼັງການເຈລະຈາກັບຄູ່ຕຳແໜ່ງອີຢິບ Abdel Fattah el Sisi ໃນວັນທີ 12/08, ຢູ່ນະຄອນ Sochi ຂອງລັດເຊຍ. ທ່ານປະທານາທິບໍດີ Putin ໃຫ້ຮູ້ວ່າ ການພົວພັນຮ່ວມມືລະຫວ່າງລັດເຊຍ ແລະ ອີຢິບ ໃນຂົງເຂດດັ່ງກ່າວພວມພັດທະນາຢ່າງແຮງ. ກໍ່ໃນການເຈລະຈາ, ປະທານາທິບໍດີ 2 ທ່ານ ໄດ້ເຫັນດີຄົ້ນຄວ້າຄວາມສາມາດສ້າງຕັ້ງເຂດການຄ້າເສລີ. 2 ຝ່າຍບັນລຸໄດ້ຂໍ້ຕົກລົງສ້າງຕັ້ງການພົວພັນຮ່ວມມືລະຫວ່າງອີຢິບ ກັບ ພັນທະພາບພາສີ (ເຊິ່ງລວມມີລັດເຊຍ, ເບລາຣຸດ, ກາຣັກສຖານ), ໜຶ່ງໃນບັນດາຂົງເຂດຮ່ວມມືສຳຄັນອື່ນລະຫວ່າງ 2 ປະເທດແມ່ນການທ່ອງທ່ຽວ ແລະ ກະສິກຳ.