ລັດເຊຍ ໄດ້ກ່າວເຕືອນໄພອັນຕະລາຍກັບຄືນສູ່ສະພາບສູ້ຢັນກັນໃນສະໄໝສົງຄາມເຢັນພາຍຫຼັງ ອາເມລິກາ ຖອນຕົວອອກຈາກ INF
(VOVWORLD) - ວັນທີ 19 ມິຖຸນາ, ທ່ານຮອງເລຂາສະພາປ້ອງກັນຄວາມສະຫງົບ ລັດເຊຍ Alexander Venediktov ໄດ້ກ່າວເຕືອນເລື່ອງ ອາເມລິກາ ຖອນຕົວອອກຈາກສົນທິສັນຍາບັນດາກຳລັງນິວເຄຼຍໄລຍະກາງ (INF) ອາດຈະນຳມາເຊິ່ງໄພອັນຕະລາຍກັບຄືນສູ່ສະພາບສູ້ຢັນກັນລະຫວ່າງບັນດາປະເທດມະຫາອຳນາດສະໄໝສົງຄາມເຢັນ.
ກອງປະຊຸມສະພາຕຳ ປະເທດ ລັດເຊຍ (ພາບ: AFP/TTXVN) |
ພ້ອມກັນນັ້ນຜູ້ຕາງໜ້າສະພາປ້ອງກັນຄວາມສະຫງົບກໍ່ໄດ້ຮຽກຮ້ອງ ອາເມລິກາ ດຳເນີນການເຈລະຈາເພື່ອແນໃສ່ຕໍ່ກຳນົດເວລາສົນທິສັນຍາ ຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດລຸ້ນໃໝ່ (New START), ຄາດວ່າ ຈະໝົດຜົນສັກສິດໃນຕົ້ນປີ 2021.
ຄຳກ່າວເຕືອນດັ່ງກ່າວໄດ້ຍົກອອກມາພາຍຫຼັງ ທີ່ ສະພາຕ່ຳ ລັດເຊຍ ໄດ້ໃຫ້ສັດຕະຍາບັນຮ່າງກົດໝາຍວ່າດ້ວຍການຢຸດຕິການປະຕິບັດ INF ເປັນເວລາ 1 ວັນ. ກ່ອນໜ້ານັ້ນ, ອາເມລິກາ ໄດ້ຢຸດຕິບັນດາພັນທະຂອງຕົນໃນສົນທິສັນຍາ INF ຢ່າງເປັນທາງການນັບແຕ່ ວັນທີ 2 ກຸມພາ, ດ້ວຍຄຳກ່າວຫາວ່າ ລັດເຊຍໄດ້ລະເມີດສົນທິສັນຍາດັ່ງກ່າວ, ພ້ອມທັງເລີ່ມປະຕິບັດວິວັດທະນາການຖອນຕົວອອກຈາກ INF ເຊິ່ງຈະໄດ້ແກ່ຍາວເປັນເວລາ 6 ເດືອນ.